ຈີນ​ຈັດ​ພິ​ທີ​ສວນ​ສະ​ໜາມ​​ໃນ​ເງື່ອນ​ໄຂການ​ສູ້​ຮົບ​ກາງ​ສະ​ໜາມ​ເພື່ອ​ສະຫຼອງວັນ​ຄົບ​ຮອບ 90 ປີ​ຂອງ​ການສ້າງ​ຕັ້ງ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ
2017-07-30 17:01:06  cri 
ວັນ​ທີ 1 ສິງ​ຫາ​​ປີນີ້​ເປັນ​ວັນ​ຄົບ​ຮອບ 90 ປີ​ຂອງ​ການ​ສ້າງ​ຕັ້ງ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ. ຕອນ​ເຊົ້າ​ວັນ​ທີ 30 ກໍ​ລະ​ກົດ​ນີ້, ກອງ​ທັບ​ຈີນ​ໄດ້​ຈັດ​ພິ​ທີ​ສວນ​ສະ​ໜາມ​ໃນ​​ເງື່ອນ​ໄຂ​ການ​ສູ້​ຮົບ​ກາງ​ສະ​ໜາມ​ຢູ່​​ຖານ​ຝຶກ​ຊ້ອມ​ຈູ່​ຢື້​ເຮີ​ເຂດ​ປົກ​ຄອງ​ຕົນ​ເອງ​ມົງ​ໂກ​ໃນປະ​ເທດ​ຕົນ​ໂດຍ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ,ປະ​ທານ​ຄະ​ນະ​ກຳ​ມ​ະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ກວດ​ແຖວ​ສາມ​ເຫຼົ່າ​ທັບ​ທັງ​ເນັ້ນ​ວ່າ​ກອງ​ທັບ​ຈີນ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ສາ​ມາດ​ໃນ​ການ​ເອົາ​ຊະ​ນະ​ບັນ​ດາສັດ​ຕູ​ທີ່​​ເຂົ້າ​ຮຸກ​ຮານ​ປະ​ເທດ​ຕົນ ເພື່ອ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ,ຄວາມ​ໝັ້ນ​ຄົງ​ແລະ​ຜົນ​ປະ​ໂຫຍດ​ດ້ານ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.

ພິ​ທີສວນ​ສະ​ໜາມ​ຄັ້ງ​ນີ້​ເປັນ​ພິ​ທີ​ສວນ​ສະ​ໜາມ​ຄັ້ງ​ຍິ່ງ​ໃຫຍ່​ເນັ້ນ​ການ​ສະ​ຫຼອງວັນ​ສ້າງ​ຕັ້ງ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ເປັນ​ເທື່ອ​ທຳ​ອິດຫຼັງ​​ສ້າງ​ຕັ້ງສ​ປ​ຈີນ ແລະ​ເປັນ​ພິ​ທີ​ສວນ​ສະ​ໜາມ​ເທື່ອ​ທຳ​ອິດຫຼັງ​ຈີນ​ປະ​ຕິ​ຮູບ​ການ​ປ້ອງ​ກັນ​ຊາດ​ແລະ ກອງ​ທັບ​ຢ່າງ​ຮອບ​ດ້ານ. ຢູ່​ຖານ​ຝຶກ​ຊ້ອມ​ຈູ່​ຢື້​ເຮີ ເຊິ່​ງ​ເປັນ​ຖານ​ຝຶກ​ຊ້ອມ​ທະ​ຫານ​​ ​ທັນ​ສະ​ໄໝ​ທີ່​ໃຫຍ່​ທີ່​ສຸດ​ຢູ່​ອາ​ຊີ ທັງ​ເປັນ​ຖານຝຶກ​ຊ້ອມ​ທະ​ຫານ​ທີ່​ທັນ​ສະ​ໄໝ​ກ້າວ​ໜ້າ​ທີ່​ສຸດ​ຂອງກອງ​ທັບ​ຈີນ, ນາຍ​ລະ​ພົນ​ທະ​ຫານ 12000 ຄົນ​ຈາກ​ບັນ​ດາເຫຼົ່າ​​ຮົບ​ແລະບັນ​ດາ​ເຂດ​ສູ້​ຮົບ​ຂອງ​ຈີນ​ພ້ອມ​ອາ​ວຸດ​ຍຸດ​ໂທ​ປະ​ກອນພາກ​ພື້ນ​ດິນ600ກວ່າ​ຊຸດ,ເຮືອ​ບິນ​ປະ​ເພດ​ຕ່າງໆ 100 ກວ່າ​ລຳ​ໄດ້​ເຂົ້າ​ຮ່ວມ​ການ​ເດີນ​ສວນ​ສະ​ໜາມ​ໃນ​ສະ​ພາບ​ການສູ້​ຮົບ​ກາງ​ສະ​ໜາມ​ ເຊິ່ງ​ສະ​ແດງໃຫ້​ເຫັນ​ເຖິງ​ລະ​ດັບ​​ອາ​ວຸດ​ຍຸດ​ໂທ​ປະ​ກອນ​ສຳ​ຄັນ​ທີ່​ເນັ້ນ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ແລະ​ກຳ​ລັງ​ສູ້​ຮົບ​ແບບ​ໃໝ່ ແລະ​ອາ​ວຸດ​ຍຸດ​ໂທ​ປະ​ກອນ​ພາກ​ພື້ນ​ດິນແລະ​ເຮືອ​ບິນ​ປະ​ເພດ​ຕ່າງໆ​​ດັ່ງ​ກ່າວ​​ມີ​ເກືອບ​ເຄິ່ງ​ໜຶ່ງ​ແມ່ນປາ​ກົດ​ຕົວ​ໃນ​ພິ​ທີ​ສວນ​ສະ​ໜາມ​ເປັນ​ເທື່ອ​ທຳ​ອິດ.

ຫຼັງກວດ​ແຖວ​ສາມ​ເຫຼົ່າ​ທັບ​​ແລ້ວ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ,ປະ​ທານ​ຄະ​ນະ​ກຳ​ມ​ະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ກ່າວ​ປາ​ໄສ​ໂດຍ​ຮຽກ​ຮ້ອງ​ສ້າງກອງ​ທັບ​ໃຫ້​ເຂັ້ມ​ແຂງ​ໃນ​ສະ​ຖາ​ນະ​ການ​ໃໝ່.

ທ່ານ​ກ່າວ​ວ່າ:  "​ສັນ​ຕິ​ພາບເປັນ​ຄວາມ​ສຸກ​ຂອງ​ປະ​ຊາ​ຊົນ, ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແມ່ນ​ໜ້າ​ທີ່​ຮັບຜິດ​ຊອບ​ຂອງກອງ​ທັບ​ປະ​ຊາ​ຊົນ. ໂລກນີ້​ຍັງ​ບໍ່​ສະ​ຫງົບ, ສະ​ນັ້ນ​ ​ຢາກ​ບັນ​ລຸສັນ​ຕິ​ພາບ​ຕ້ອງ​ມີ​ກຳ​ລັງ​ປົກ​ປ້ອງ. ສູ່ມື້ນີ້ ພວກ​ເຮົາ​ແມ່ນ​ເຂົ້າ​ໃກ້​ທີ່​ສຸດ​ທີ່​ຈະ​ບັນ​ລຸ​ເປົ້າ​ໝາຍ​ການ​ສ້າງ​ຊາດ​ຈີນ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ຍິ່ງໆ​ຂຶ້ນ ເມື່ອ​ທຽບ​ກັບ​ໄລ​ຍະ​ຕ່າງໆ​ໃນ​ປະ​ຫວັດ​ສາດ,, ແລະ​ຕ້ອງ​ການດ​ວ່ານກວ່າ​ທຸກ​ສະ​ໄໝ​ໃນ​ປະ​ຫວັດ​ສາດ​ທີ່​ຈະ​​ຕ້ອງສ້າງກອງ​ທັບ​ປະ​ຊາ​ຊົນ​ທີ່​ເຂັ້ມ​ແຂງ. ພວກ​ເຮົາ​ຕ້ອງ​ລົງ​ເລິກ​ຜັນ​ຂະ​ຫຍາຍ​ແນວ​ຄິດ​ສ້າງກອງ​ທັບ​ໃຫ້​ເຂັ້ມ​ແຂງ​ຂອງ​ພັກ, ເດີນ​ຕາມ​ເສັ້ນ​ທາງ​ສ້າງກອງ​ທັບ​ໃຫ້​ເຂັ້ມ​ແຂງ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ພະ​ຍາ​ຍາມ​ບັນ​ລຸ​ເປົ້າ​ໝາຍ​ສ້າງກອງ​ທັບ​ໃຫ້​ເຂັ້ມ​ແຂງ​ຂອງ​ພັກ​ພາຍ​ໃຕ້​ສະ​ຖາ​ນະ​ການ​ໃໝ່, ສ້າງກອງ​ທັບ​ປະ​ຊາ​ຊົນ​ທີ່​ອົງ​ອາດ​ກ້າ​ຫານ​ຂອງ​ພວກ​ເຮົາ​ໃຫ້​ກາຍ​ເປັນ​ກອງ​ທັບ​ຍອດ​ຢ້ຽມ​ອັນ​ດັບ​ໜຶ່ງ​ໃນ​ໂລກ."

ໃນຖາ​ນະ​ເປັນ​ຜູ້​ນຳ​ສູງ​ສຸດ​ຂອງກອງ​ທັບ​ຈີນ, ທ່ານ​ສີ​ຈິ້ນ​ຜິງ​ຮຽກ​ຮ້ອງ​ໃຫ້​ນາຍ​ແລະ​ພົນ​ທະ​ຫານ​ທົ່ວ​ກອງ​ທັບ​ຕ້ອງ​ຍຶດ​ໝັ້ນ​ລະ​ບຽບ​ການ​ພື້ນ​ຖານ​ທີ່​ສຸດ​ທີ່​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ຜູ້​ນຳ​ພາ​ກອງ​ທັບ​ຢ່າງ​ເດັດ​ຂາດ​ບໍ່​ປ່ຽນ​ແປງ, ຍຶດ​ໝັ້ນ​ຈຸດປະ​ສົງ​​ຮັບ​ໃຊ້​ປະ​ຊາ​ຊົນ​ສຸ​ດອົກ​ສຸດ​ໃຈຢ່າງ​ໝັ້ນ​ໜຽວບໍ່​ປ່ຽນ​ແປງ, ຍຶດ​ໝັ້ນ​ ​ມາດ​ຖານ​ພື້ນຖານ​ແຫ່ງ​ກຳ​ລັງ​ ​ສູ້​ຮົບ​ຢ່າງ​ເດັດ​ຂາດບໍ່​ປ່ຽນ​ແປງ, ສຸມ​ໃສ່​ການ​ກະ​ກຽມສົງ​ຄາມ​ແລະການ​ສູ້​ຮົບ, ສ້າງ​ທະ​ຫານ​ຊັ້ນ​ເອກ, ສ້າງກອງ​ທັບ​ຍອດ​ຢ້ຽມ​, ເດັດ​ດ່ຽວຍຶດ​ໝັ້ນ​ກໍ່ສ້າງກອງ​ທັບ​ດ້ວຍ​ການ​ເມືອງ, ​ກໍ່ສ້າງກອງ​ທັບ​ໃຫ້ເຂັ້ມ​ແຂງ​ດ້ວຍ​ການ​ປະ​ຕິ​ຮູບ, ​ກໍ່ສ້າງກອງ​ທັບ​ໃຫ້​​ພັດ​ທະ​ນາ​ເຕີບ​ໃຫຍ່​ດ້ວຍ​ວິ​ທະ​ຍາ​ສາດ​ເຕັກ​ນິກ, ຄຸ້ມ​ຄອງກອງ​ທັບ​ດ້ວຍ​ກົດ​ໝາຍ, ຍົກ​ລະ​ດັບ​ສ້າງ​ສາ​ທັນ​ສະ​ໄໝ​ຂອງ​ການ​ປ້ອງ​ກັນ​ປະ​ເທດ ແລະ​ກອງ​ທັບ​ໃຫ້​ສູງ​ຂຶ້ນ​ຮອບ​ດ້ານ. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ:

"ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​​ຢ່າງ​ໜັກ​ແໜ້ນວ່າ, ກອງ​ທັບ​ວິ​ລະ​ຊົນ​ຂອງ​ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໃຈ ແລະມີ​ຄວາມ​ສາ​ມາດໃນ​ການ​ເອົາ​ຊະ​ນະບັນ​ດາສັດ​ຕູ​ທີ່​ເຂົ້າ​ຮຸກ​ຮານ. ກອງ​ທັບ​​ວິ​ລະ​ຊົນ​ຂອງ​ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໃຈ ແລະມີ​ຄວາມ​ສາ​ມາດໃນ​ການປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ ຄວາມ​ໝັ້ນ​ຄົງ ແລະ​ຜົນ​ປະ​ໂຫຍດ​ດ້ານ​ການ​ພັດ​ທະ​ນາ​ຂອງ​ຊາດ. ກອງ​ທັບ​ວິ​ລະ​ຊົນ​ຂອງ​ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໃຈ ແລະມີ​ຄວາມ​ສາ​ມາດໃນ ການ​ຂຽນ​ໜ້າ​ໃໝ່​ແຫ່ງ​ພາ​ລະ​ກິດ​ສ້າງກອງ​ທັບ​ໃຫ້​ເຂັ້ມ​ແຂງ, ປະ​ກອບ​ສ່ວນ​ອັນ​ໃໝ່ໃຫຍ່​ຫຼວງກວ່າ​ເກົ່າ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນຮ້ອຍ​ປີ ສ​ອງ​ປະ​ການ ແລະ​​ບັນ​ລຸຄວາມ​ຝັນ​ຂອງ​ຈີ​ໃນ​ການ​ຟື້ນ​ຟູ​ຄວາມຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ ກໍ່​ຄື​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ