ປະ​ເທດບ​ຣິກ​ປະ​ກາດ​ແຜນ​ການ​ດຳ​ເນີນ​ງານ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ
2017-07-30 16:59:55  cri 
ໃນ​ຖາ​ນະ​ເປັນໜຶ່ງ​ໃນ​ບັນ​ດາ​ກອງ​ປະ​ຊຸມ​ການ​ຮ່ວມ​ມື​ລະ​ດັບ​ລັດ​ຖະ​ມົນ​ຕີ​ຂອງ​ປະ​ເທດບ​ຣິກ​ໃນ​ປີ 2017, ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ ອຸດ​ສາ​ຫະ​ກຳ​ຂອງ​ປະ​ເທດບ​ຣິກ​ຄັ້ງ​ທີ 2 ໄດ້​ໄຂ​ຂຶ້ນ​ຢູ່​ເມືອງ​ຫາງ​ໂຈວ​ປະ​ເທດ​ຈີນ​ໃນ​ວັນ​ທີ 29 ກໍ​ລະ​ກົດ​ນີ້ ​ໂດຍໄດ້​ຜ່ານ​ຮັບ​ຮອງ ແຜນ​ການ​ດຳ​ເນີນ​ງານ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ລະ​ຫວ່າງ​ບັນ​ດາ​ປະ​ເທດບ​ຣິກ.

ຜູ້​ຮ່ວມ​ປະ​​ຊຸມ​ໄດ້​ບັນ​ລຸ​ການ​​ເປັນ​ເອ​ກະ​ພາບ​ກັນ​ຢ່​າງກວ້າງ​ຂວາງ​ໃນ 6 ດ້ານ​ຄື: ການ​ຮ່ວມ​ມື​ດ້ານ​ຄວາມ​ສາ​ມາດ​ການ​ຜະ​ລິດ, ການ​ປະ​ສານ​ງານ​ແລະ​ເຊື່ອມຕໍ່​ນະ​ໂຍ​ບາຍ​ອຸດ​ສາ​ຫະ​ກຳແລະ​ຍຸດ​ທະ​ສາດ​ພັດ​ທະ​ນາ, ການ​ຮ່ວມ​ມື​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ແລະ​ການ​ປະ​ຕິດ​ສ້າງ​ເຕັກ​ນິກ, ການ​ຮ່ວມ​ມື​ລະ​ຫວ່າງ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ, ການ​ຮ່ວມ​ມື​ໃນ​ຂົງ​​ເຂດມາດ​ຕະ​ຖານ ແລະ​ການ​ຮ່ວມ​ມື​ກັບ​ອົງ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ບັນ​ດາ​ລັດ​ຖະ​ມົນ​ຕີ​​ທີ່​ຮ່ວມ​ປະ​ຊຸມ​ເປັນ​ເອ​ກະ​ສັນ​ກັນ​ເຫັນ​ວ່າ, ເສດ​ຖະ​ກິດ​ໂລກ​ໃນ​ປັດ​ຈຸ​ບັນ​ຍັງ​ຢູ່​ໃນ​ໄລ​ຍະ​ສັບ​ຊ້ອນ​ຢ່າງ​ເລິກ​ເຊິ່ງ​ຫຼັງ​ເກີດ​ວິ​ກິດ​ການ​ການ​ເງິນ​ສາ​ກົນ, ການ​ພັດ​ທະ​ນາເສດ​ຖະ​ກິດ​ຂາດ​ພະ​ລັງ​​ຊຸກ​ດັນ​ພາຍ​ໃນ, ອຸດ​ສາ​ຫະ​ກຳໂດຍ​ສະ​ເພາະ​ແມ່ນ​ການ​ຜະ​ລິດ ແລະ​ການ​ບໍ​ລິ​ການ​ທີ່​ກ່ຽວ​ພັນ​ກັບ​ການ​ຜະ​ລິດ​ນັ້ນ​ແມ່ນ​ປັດ​ໄຈ​ທີ່​ສຳ​ຄັນ​ໃນ​ການ​ບັນ​ລຸ​ການ​ພັດ​ທະ​ນາເສດ​ຖະ​ກິດ​​ຢ່າງ​ຕໍ່​ເນື່ອງ​ໃນ​ໄລ​ຍະ​ກາງ​ແລະ​ຍາວ​ນານ.

ທ່ານ​ມຽວ​ເວີຍ​ຊີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ຈີ​ນ​ຊີ້ວ່າ, ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ປະ​ເທດບ​ຣິກ​ແບ່ງ​ປັນ​ບົດ​ຮຽນ​ແລະ​ວິ​ທີ​ການ​ທີ່​ສຳ​ເລັດ​ຜົນ​ຂອງ​ຕົນໃນ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ນະ​ໂຍ​ບາຍ, ລົງ​ເລິກ​ການ​ຮ່ວມມ​ມື​ດ້ານ​ອຸດ​ສາ​ຫະ​ກຳ, ເພື່ອ​ບັນ​ລຸ​ການ​ພັດ​ທະ​ນາ​ຮ່ວມ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ