ຄະ​ນະ​ສື່ມວນ​ຊົນ​ກຳ​ປູ​ເຈຍ​ຢ້ຽມ​ຢາມ​ສູນ​ກໍ່​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈີນ
2017-07-31 13:00:04  cri 
ຄະ​ນະ​ຜູ້​ແທນ​ໂຄງ​ການ​ເກັບ​ກຳ​ຂ່າວ​ໄລ​ຍະ​ສັ້ນ​ປະ​ຈຳ​ຈີນ​ຂອງ​ສື່ມວນ​ຊົນ​ຊື່​ດັງ​ກຳ​ປູ​ເຈຍ 2017ໄດ້​ເດີນ​ທາງ​ຢ້ຽມ​ຢາມ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ ສ​ປ ຈີນ​ແຕ່​ວັນ​ທີ 25-30ກໍ​ລະ​ກົດ​ນີ້​ໂດຍ​ໄດ້​ທັດ​ສະ​ນະ​ສຶກ​ສາ​ສະ​ພາບ​ການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ການ​ຜະ​ລິດ,ຂະ​ແໜງ​ການ​ເຕັກ​ໂນ​ໂລ​ຊີ​ສູງ​ໃໝ່​ຂອງ​ຈີນ. ສຳ​ລັບວັນ​ທີ 29 ກໍ​ລະ​ກົດ​ນີ້, ຄະ​ນະ​ສື່ມ​ສວນ​ຊົນ​ກຳ​ປູ​ເຈຍ​ໄດ້​ ຢ້ຽມ​ຢາມ​ສູນ​ກໍ່​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈີນ​ຢູ່​​ວິ​ທະ​ຍາ​ໄລ​ເຕັກ​ນິກ​ວິ​ຊາ​ຊີບ​ທາງ​ລົດ​ໄຟຫຼິວ​ໂຈ່ວ ​ເຊິ່ງ​ເປັນ​ວິ​ທະ​ຍາ​ໄລ​ອາ​ຊີ​ວະ​ສຶກ​ສາ​ຊັ້ນ​ສູງ​ຂະ​ແໜງວິ​ຊາ​ຄົມ​ມະ​ນາ​ຄົມ​ທາງ​ລົດ​ໄຟ​​ແຫ່ງ​ດຽວ​ຢູ່​ເຂ​ດ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ.

ຢູ່​ຫ້ອງ​ອົບ​ຮົມ​ວິ​ຊາ​ການ​ຂົນ​ສົ່ງ​ສັງ​ລວມ​ຂອງວິ​ທະ​ຍາ​ໄລ​ດັ່ງ​ກ່າວ, ຄະ​ນະ​ຜູ້​ແທນ​ສື່ມວນ​ຊົນ​ກຳ​ປູ​ເຈຍ​ໄດ້​ເຫັນ​ພາບ​ຈຳ​ລອງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ເປັນ​ເທື່ອ​ທຳ​ອິດ. ທ້າວ​ໂປ​ຊາ​ສ ນັກ​ຂ່າວ​ຈາກວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ​ກຳ​ປູ​ເຈຍບອກວ່າ: ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ຈີນ​ສະ​ບາຍ​ທີ່​ສຸດ​ແລະ​ການ​ອອກ​ແລະເຂົ້າ​ສະ​ຖາ​ນີ​ກໍ​ກົງ​ເວ​ລາ​ທີ່​ສຸດ ເຊິ່ງ​ໄດ້​ສ້າງ​ການ​ປ່ຽນ​ແປງ​ແລະ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຢ່າງຫຼວງຫຼາຍ ແລະ​ຫວັງ​ວ່າຈີນ​ຈະ​ໄປ​ກໍ່​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຢູ່​ກຳ​ປູ​ເຈຍ​ເພື່ອ​ສົ່ງ​ເສີມ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ພ້ອມ​ດ້ວຍ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ການ​ລົງ​ທຶນ​ຂອງ​ສອງ​ຝ່າຍ​ ທັງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ກຳ​ປູ​ເຈຍ​ອີກ​ດ້ວຍ. ຂະ​ນະ​ດຽວ​ກັນ​ກໍ​ຫວັງ​ວ່າ ວິ​ທະ​ຍາ​ໄລ​ເຕັກ​ນິກ​ວິ​ຊາ​ຊີບ​ທາງ​ລົດ​ໄຟ​ຫຼິວ​ໂຈ່ວ​ຈະ​ຮັບ​ນັກ​ສຶກ​ສາ​ກຳ​ປູ​ເຈຍ​ເຂົ້າຄົ້ນ​ຄວ້າ​ຮ່ຳ​ຮຽນ​ຄວາມ​ຮູ້​ແລະ​ເຕັກ​ນິກ​ລົດ​ໄຟ​ຄວາມ​ໄວ​ສູງ
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ