ຕຳຫຼວດ​ຟີ​ລິບ​ປິນ​ປະ​ທະ​ກຸ່ມ​ຄ້າ​ຂາຍຢາ​ເສບ​ຕິດ​ຢູ່​ພາກ​ໃຕ້​​ຂອງປະ​ເທດ
2017-07-31 13:08:54  cri 
ວັນ​ທີ 30 ກໍ​ລະ​ກົດ​ນີ້, ​ຂະ​ນະ​ທີ່ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຟີ​ລິບ​ປິ​ນ​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ປາບ​ປາມ​ຢາ​ເສບ​ຕິດ​ຢູ່​ເກາະ​ມິນ​ດາ​ນາວ​ທາງ​ພາກ​ໃຕ້​ປະ​ເທດ​ຕົນ​ນັ້ນ​ກໍ​ໄດ້​ເກີດ​ການ​ຍິງ​ປະ​ທະ​ກັນ ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 12 ຄົນ​ໃນ​ນີ້​ມີ​ເຈົ້າ​ເມືອງ​​ໂອ​ຈາ​ມິ​ສ​ຢູ່​ນຳ​ດ້ວຍ.

ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໃຫ້​ຮູ້​ວ່າ: ເວ​ລາ​ປະ​ມານ 2 ໂມງ 30 ນາ​ທີ​ຂອງວັນ​ທີ 30 ກໍ​ລະ​ກົດ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຈຳ​ນວນ​ໜຶ່ງ​ໄດ້​ຮັບ​ການມອບ​ໝາຍ​​ໃຫ້ໄປ​ປະ​ຕິ​ບັດ​ໜ້າ​ທີ່ກວດ​ຄົ້ນ​​ຢ່າງກະ​ທັນ​ຫັນ​ຢູ່​ເມືອງ​ໂອ​ຈາ​ມິ​ສ ແຂວງ​ມີ​ຊາ​ມີ​ສ​ໂອ​ຊິ​ເດັນ​ຕອນ, ແຕ່​​ດ້ວຍປະ​ສົບ​ການ​​ສູ້​ທາງ​ກຳ​ລັງ​ອາ​ວຸດ​ຂະ​ນະ​ທີ່ກວດ​ຄົ້ນ​ຢູ່​ເຮືອນ​ຂອງ​ເຈົ້າ​ເມືອງ​ດັ່ງ​ກ່າວ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຈິ່ງຍິງ​ປືນ​ຕອບ​ໂຕ້​ຄືນ. ຈາກ​ການ​ຍິງ​ປະ​ທະ​ກັນ​ຄັ້ງ​ນີ້​ໄດ້​ເຮັດ​ໃຫ້​ມີ 12 ຄົນ​ເສຍ​ຊີ​ວິດລວມ​ເຖິງ​ເຈົ້າ​ເມືອງ​ໂອ​ຈາ​ມິ​ສ​ພ້ອມ​ພັນ​ລະ​ຍາ. ນອກ​ຈາກ​ຍຶດ​​ຢາ​ເສບ​ຕິດ​ໄດ້​ຈຳ​ນວນ​ໜຶ່ງ​ແລ້ວ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຍັງ​ຍຶດ​​ອາ​ວຸດໄດ້​ເປັນຈຳ​ນວນຫຼາຍ​ເປັນ​ຕົ້ນ ໝາກ​ແຕກ​,ອຸ​ປະ​ກອນ​ຍິງ​ຈະຫຼວດ​ແລະ​ອື່ນໆຢູ່ຈຸດກວດ​ຄົ້ນ​ແຫ່ງ​ຕ່າງໆ.

ສື່ມວນ​ຊົນ​ຟີ​ລິບ​ປິນ​ລາຍ​ງານ​ວ່າ: ກ່ອນ​ໜ້າ​ນີ້, ທ່ານ​ໂຣດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິ​ປິນ​ເຄີຍ​ ​ບົ່ງ​ຊື່​ແລະ​ນາມ​ສະ​ກຸນ​ເຈົ້​າ​ເມືອງ​ຜູ້​ນີ້​ເປັນ​ຜູ້ຖືກ​ສົງ​ໄສ​ຄ້າ​ຂາຍ​ຢາ​ເສບ​ຕິດ ແລະ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ກໍ​ໄດ້​ຈັດ​ກຳ​ລັງ​ຕິດ​ຕາມ​ສອດ​ແນມ​ການ​ເຄື່ອນ​ໄຫວ​ຂອງ​ເຈົ້າ​ເມືອງ​ຜູ້​ນີ້​ມາ​ໂດຍ​ຕະຫຼອດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ