ອິນ​ໂດ​ເນ​ເຊຍ​ສ້າງ​ຕັ້ງ​ມູນ​ນິ​ທິ​ແມ່​ຍິງ​ເຊື້ອ​ສາຍ​ຈີນ
2017-07-31 14:09:15  cri 
ພິ​ທີ​ສ້າງ​ຕັ້ງ​ມູນ​ນິ​ທິ​ແມ່​ຍິງ​ຊາ​ມາ​ຣາງ​ປະ​ເທດອິນ​ໂດ​ເນ​ເຊຍ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 29 ກໍ​ລະ​ກົດ​ນີ້​ໂດຍ​ທ່ານ​ເຜິງ​​ຢີ້​ມູ້ ​ຮອງ​ຫົວ​ໜ້າກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳ​ເມືອງຊູ​ຣາ​ບາ​ຢາ​ອິນ​ໂດ​ເນ​ເຊຍ, ທ່ານ​ເຮ​ເວຍ​ຣິ​ຕາ ຮອງ​ເຈົ້າ​ຄອງ​ເມືອງ​ຊາ​ມາ​ຣາງ​ອິນ​ໂດ​ເນ​ເຊຍ​ແລະ​ທ່ານຫຼິນ​ເວິນກວ່າງ ປະ​ທານ​ສະ​ມາ​ຄົມ​​ສຳ​ພັນມິດ​ຕະ​ພາບ​ຄະ​ນະ​ຈັດ​ຕັ້ງ​ສັງ​ຄົມ​ຟູ​ຊິງ​ໂລກ​ ​ໄດ້​ກ່າວ​ປາ​ໄສ​ໃນ​ພິ​ທີ​ດັ່ງ​ກ່າວ.

ທ່ານ​ເຜິງຢີ້​ມູ້​ກ່າວ​ວ່າ ເມືອງ​ຊາ​ມາ​ຣາງ​ມີ​ສາຍ​ພົວ​ພັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ທ່ານ​ເຈີ້ງ​ເຮີ ທູດ​ມິດ​ຕະ​ພາບ​ສະ​ໄໝ​ລາ​ຊະ​ວົງ​ມິງ​ຂອງ​ຈີນໂດຍ​ເຫັນ​ໄດ້​ຈາກກ່ອນ​ໜ້າ​ນີ້ 600 ກວ່າ​ປີ,ຂະ​ນະ​ທີ່ທ່ານ​ເຈີ້ງ​ເຮີ​ໄດ້​ຂີ່​ເຮືອ​ຢ້ຽມ​ຢາມ​ມະ​ຫາ​ສະ​ໝຸດ​ອິນ​ເດຍ​ແລະ​ປາ​ຊີ​ຟິກ​ນັ້ນ​ກໍໄດ້​ຂຶ້ນ​ເກາະ​ຊາ​ວາ​ຈາກ​ເມືອງ​ຊາ​ມາ​ຣາງ​ກ່ອນ​ໂດຍ​ໄດ້​ນຳ​ເອົາ​ຜ້າ​ໄໝ,ເຄື່ອງ​ປັ້ນ​ດິ​ນ​ເຜົາ​ແລະ​ຊາ​ພ້ອມ​ດ້ວຍ​ຊັບ​ສົມ​ບັດ​ແລະ​ຄວາມ​ຮູ້​ມາ​ສູ່​ເມືອງ​ຊາ​ມາ​ຣາງ ເຊິ່ງ​ໄດ້​ເພີ່ມ​ທະ​ວີ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ຈີນ​ກັບ​ປະ​ຊາ​ຊົນ​ອິນ​ໂດ​ເນ​ເຊຍ ທັງ​ໄດ້​ຮັບ​ຄວາມ​ເຄົາ​ລົບ​ນັບ​ຖື​ແລະ​ຄວາມ​ຮັກ​ແ​ພງ​ຈາກ​ປະ​ຊາ​ຊົນ​ເມືອງ​ຊາ​ມາ​ຣາງ. ຫຼາຍ​ປີ​ຜ່ານ​ມາ, ຄະ​ນະ​ຈັດ​ຕັ້ງ​ຄົນ​ເຊື້ອ​ສາຍ​ຈີນ​ຂອງ​ເມືອງ​ຊາ​ມາ​ຣາງນອກ​ຈາກ​ໄດ້​ສາ​ມັກ​ຄີ​ປອງດອງ​ກັບ​ພີ່​ນ້ອງ​ຮ່ວມ​ຊາດ​ແລະ​ສືບ​ທອດ​ວັດ​ທະ​ນະ​ທຳ​ຈີນ​ແລ້ວຍັງ​ໄດ້​ສຸມ​ໃສ່​ຈັດ​ກິດ​ຈະ​ກຳ​ເພື່ອ​ສາ​ທາ​ລະ​ນະ​ປະ​ໂຫຍດ, ຊ່ວຍ​ເຫຼືອ​ຜູ້​ທຸກ​ຍາກ,ສາ​ມັກຄີ​ກັບ​ຄົນ​ເຊື້ອ​ສາຍ​ເພື່ອນ​ມິດ,ສົ່ງ​ເສີມ​ຄວາມ​ເຊື່ອມ​ໂຍງ​ເຂົ້າ​ກັນ​ລະ​ຫວ່າງ​ຊົນ​ຊາດ​ຕ່າງໆ. ​ຈາກ​ນີ້​ຈິ່ງຫວັງ​ວ່າ ມູນ​ນິ​ທິ​ແມ່​ຍິງ​ເມືອງ​ຊາ​ມາ​ຣາງ​ທີ່​ສ້າງ​ຕັ້ງ​ຂຶ້ນ​ໃໝ່​ນີ້​ຈະ​ສືບ​ທອດ​ຈິດ​ໃຈ​​ຂອງທ່ານ​ເຈີ້ງ​ເຮີ​ໃນ​ການ​ຊ່ວຍ​ເຫຼືອ​ ແລະ​ເຄົາ​ລົບ​ນັບ​ຖື​ເຊິ່ງ​ກັນ​ແລະ​ກັນ​ເພື່ອ​ປະ​ກອບ​ສ່ວນ​ໃນ​​ການ​ຮ່ວມ​ມື​ໃນ​ສັງ​ຄົມ​ແລະຄວາມ​ສາ​ມັກ​ຄີ​ປອງດອງ​ລະ​ຫວ່າງ​ເຊື້ອ​ສາຍ​ຕ່າງໆ​ຂອງ​ເມືອງ​ຊາ​ມາ​ຣາງ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ