ໝາກ​ໂມ​ຮູບ​ຫົວ​ໃຈ​​ໜ່ວຍ​ລະ 100 ກວ່າ​ຢວນ
2017-07-31 15:49:09  cri 


ກ່ອນ​ໜ້າ​ນີ້​ບໍ່​ດົນ, ໝາກ​ໂມ​ "​ຫົວ​ໃຈ"​ແລະໝາກ​ໂມ​ສີ່​ຫຼ່ຽມ ທີ່ກະ​ສິ​ກອນ​ ເມືອງ​ສູ​ໂຈ່ວ​ແຂວງ​ເຫີ​ເປີຍ ສ​ປ ຈີນ​ປູກ​ດ້ວຍ​ຄວາມ​ພາກພຽນນັ້ນ​ໄດ້​ເຂົ້າ​ສູ່​ໄລ​ຍະ​ການ​ເກັບ​​ກູ້ແລ້ວ​ແລະ​ຈາກ​ນີ້​ຈິ່ງ​ມີຊາວ​ເມືອງຫຼາຍໆ​ຄົນ​ໄດ້​ເດີນ​ທາງ​ມາ​ຊົມ​ທັງ​ຖ່າຍ​ຮູບ​ກັບ​ໝາກ​ໂປ​ທີ່​ມີ​ຮູບ​ຊົງ​ແປກ​ປະຫຼາດ. ​ແນວ​ໃດ​ກໍ​ດີ,ເມື່ອ​ທຽບ​ໃສ່​ໝາກ​ໂມທົ່ວໆ​ໄປ​ແລ້ວ, ໝາ​ກ​ໂມ​ທີ່​ມີ​ຮູບ​ຊົງ​ບໍ່​ທຳ​ມະ​ດາ​ນີ້ຈະ​ສ້າງ​ຄວາມ​ຊື່ນ​ຊົມແລະ​ໜ້າ​ສົນ​ໃຈຫຼາຍກວ່າ. ໝາກ​ໂມ​ຮູບ​ຊົງບໍ່​ທຳ​ມະ​ດາ​ນີ້​ມີ​ນ້ຳ​ໜັກ​ປະ​ມານ 2 ກິ​ໂລ​ແລະ​ຂາຍ​ໃນ​ລາ​ຄາ​ສະ​ເລ່ຍ​ຕາມ​ທ້ອງ​ຕະຫຼາດ​ປັດ​ຈຸ​ບັນ ໜ່ວຍ​ລະ 100 ກວ່າ​ຢວນ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ