ສ້າງ​ຕັ້ງ​ສະ​ຫະ​ພັນ​ຮ່ວມ​ມື​ອາ​ຊີ​ວະ​ສຶກ​ສາ​ຈີນ-ອາ​ຊຽນ
2017-07-31 17:08:57  cri 
ວັນ​ທີ 29 ກໍ​ລະ​ກົດ​ນີ້, ສະ​ຫະ​ພັນ​ຮ່ວມ​ມື​ອາ​ຊີ​ວະ​ສຶກ​ສາ​​ຈີນ-ອາ​ຊຽນ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນໂອ​ກາດ​ສັບ​ປະ​ດາ​ແລກ​ປ່ຽນ​ການ​ສຶກ​ສາ​ຈີນ-ອາ​ຊຽນ​ຄັ້ງ​ທີ 10 ​ຢູ່​ແຂວງ​ກຸ້ຍ​ໂຈ່ວ​.

ທ່ານ ລີວ​ລີ້​ມິນ ປະ​ທານ​ສະ​ມາ​ຄົມ​ແລກ​ປ່ຽນ​ສາ​ກົນ​ການ​ສຶກ​ສາ​​ຈີນ​ກ່າວ​ວ່າ: ຈີນ​ແລະອາ​ຊຽນ​ເປັນ​ປະ​ເທດ​ບ້ານ​ໃກ້ເຮືອນ​ຄຽງ​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ, ສອງ​ຝ່າຍ​ລ້ວນ​ແຕ່​ຢູ່​ໃນ​ໄລ​ຍະການ​ພັດ​ທະ​​ນາ​ທີ່​ສຳ​ຄັນ​ແລະຜ່ານ​ການ​ຄົ້ນ​ຄວ້າແລະ​​ຈັດ​ຕັ້ງ​ປະ​ຕິ​ບັດມາ​ເປັນ​ເວ​ລາກວ່າ 2 ປີ,ການ​ສ້າງ​ຕັ້ງ​ສະ​ຫະ​ພັນ​​ຮ່ວມ​ມື​ອາ​ຊີ​ວະ​ສຶກ​ສາ​ຈີນ-ອາ​ຊຽນຈະສ້າງໂອ​ກາດ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ດ້ານນີ້ລະ​ຫວ່າງ​ຈີນກັບ​ອາ​ຊຽນ​ຫຼາຍກວ່າ​ເກົ່າ.

ທ່ານ ກາ​ໂດ​ດ ຮາ​ຣີ ປ​ຣີ​ໂອ​ວິ​ຈານ​ໂຕ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ລັດ​ຖະ​ມົນ​ຕີ​ການ​ສຶກ​ສາ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຊີ້​ວ່າ:ສະ​ຫະ​ພັນ​ຮ່ວມ​ມື​ອາ​ຊີ​ວະ​ສຶກ​ສາ​ແມ່ນ​ກົນ​ໄກ​ທີ່​ມີ​ປະ​ສິດ​ທິ​ຜົນໃນ​ໄລ​ຍະຍາວ​ນານ ທັງແມ່ນ​ອົງ​ການ​ທີ່​ສາ​ມາດ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ທັງ​ສອງ​ຝ່າຍ ແລະຫວັງ​ວ່າ​ຈະ​ມີເຕັກ​ໂນ​ໂລ​ຊີ​​ແລະ​ລະ​ບົບ​ໃໝ່​ເພື່ອ​ບໍ​ລິ​ການ​ນັກ​ສຶກ​ສາ​ແລະ​ຄູ​ອາ​ຈານ​ດີກວ່າ​ເກົ່າ​ທັງ​ຫວັງ​ວ່າ​ຈະ​ສາ​ມາດ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ຈີນຫຼາຍກວ່າ​ເກົ່າ​ເຊັ່ນ:ໂຄງ​ການ​ແລກ​ປ່ຽນ​ນັກ​ສຶກ​ສາ,ໂຄງ​ການສຶກ​ສາ​ທາງ​ໄກ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ