ເປີດ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນ-ອາ​ຊຽນ​ທີ່​ແຂວງ​ກຸ້ຍ​ໂຈ​ວ່
2017-07-31 15:55:28  cri 
​ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນ-ອາ​ຊຽນໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນ-ອາ​ຊຽນ​ຄັ້ງ​ທຳ​ອິດ​ທີ່​ຈັດ​ຂຶ້ນ​ຢູ່​ເຂດ​ໃໝ່​ກຸ້ຍ​ອ່ານ​ແຂວງ​ກຸ້ຍ​ໂຈ​ວ່​​ໃນ​ວັນ​ທີ 29 ກໍ​ລະ​ກົດ​ນີ້ ໂດຍແຂກ​ຮັບ​ເຊີນ​ຈາກ​ຈີນ, ສິງ​ກະ​ໂປ, ໄທ, ມາ​ເລ​ເຊຍ​ແລະ​ປະ​ເທດ​ອື່ນໆ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ.

ມະ​ຫາ​ວິ​ທະ​ຍາ​ໄລ​ທຽນ​ສິນ, ມະ​ຫາ​ວິ​ທະ​ຍາ​ໄລ​ອຸດ​ສາ​ຫະ​ກຳ​ຮາ​ປິນ​ແລະຫຼາຍ​ມະ​ຫາ​ວິ​ທະ​ຍາ​ໄລ​ໄດ້​ລິ​ເລີ່ມ​ສ້າງ​ຕັ້ງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນ-ອາ​ຊຽນ​ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອະ​ທິ​ການ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ​ສາຍ​ອຸດ​ສາ​ຫະ​ກຳ​ຈີນ-ອາ​ຊຽນ​ທີ່​ຈັດ​ຂຶ້ນ​ໃນ​ປີ​ຜ່ານ​ມາ ແລະ​ໄດ້​ຮັບ​ການ​ຕອບ​ຮັບ​ຢ່າງ​ຕັ້ງ​ໜ້າ​ຈາກ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ໃນ​ສະ​ຫະ​ພັນ ເຊິ່ງແນວ​ຄິດ​ສ້າງ​ຕັ້ງ​ສະ​ຖາ​ບັນ​ດັ່ງ​ກ່າວ​ໄດ້​​ກາຍ​ເປັນ​ຄວາມ​ຈິງ​ໃນ​ໂອ​ກາດ​ສັບ​ປະ​ດາ​ແລກ​ປ່ຽນ​ການ​ສຶກ​ສາ​ຈີນ-ອາ​ຊຽນ​ຄັ້ງ​ທີ 10 ທີ່​ຈັດ​ຂຶ້ນ​ໃນ​ປີ​ນີ້ ແລະ​ຮ່ວມ​ສ້າງ​ຕັ້ງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ໄທ, ສິງ​ກະ​ໂປ, ຟີ​ລິບ​ປິນ​ແລະ​ປະ​ເທດ​ອື່ນໆ. ນອກ​ນີ້​ຍັງ​ໄດ້​ສ້າງ​ຕັ້ງ​ສູນ​ຄົ້ນ​ຄວ້າ​ຕ່າງໆ ເປັນ​ຕົ້ນ​ສູນ​ຄົ້ນ​ຄວ້າ​ທະ​ເລ​ ເພື່ອ​​ຄົ້ນ​ຄວ້າ​ແລະ​ຮ່ວມ​ມື​ໃນ​ຫົວ​ຂໍ້​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ​ແລະ​ແລກ​ປ່ຽນ​ເຊິ່ງ​ກັນ​ແລະ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ