ຊີ​ຣີ​ຮຽກ​ຮ້ອງ​ໃຫ້​ສ​ປ​ຊ​ຍຸບ​ກຸ່ມ​ພັນ​ທະ​ມິດ​ສາ​ກົນ​ທີ່​ນຳ​ໂດ​ຍ​ອາ​ເມ​ລິ​ກາ
2017-07-31 16:32:02  cri 
    ກະ​ຊວງ​ການ​ຕ່າງ​ປະ​ເທດ​ຊີ​ຣີ ໄດ້​ສົ່ງ​ຈົດ​ໝາຍ​ເຖິງເລ​ຂາ​ທິ​ການ​ໃຫຍ່​ແລະ​ປະ​ທານ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊ​າ​ຊາດ​ໃນວັນ​ທີ 30 ກໍ​ລະ​ກົດ​ນີ້ ໂດຍ​ຕຳ​ໜິ​ວ່າ, ການ​ໂຈມ​ຕີ​​ຊີ​ຣີທາງ​ອາ​ກາດ​ຂອງ​ກຸ່ມ​ພັນ​ທະ​ມິດສາ​ກົນ​ທີ່​ນຳ​ໂດຍ​ອາ​ເມ​ລິ​ກາ ສົ່ງ​ຜົນ​ເຮັດ​ໃຫ້​ປະ​ຊາ​ຊົນທີ່​ບໍ່​ມີ​ໂທດ​ຫຍັງ​ເສ​ຍ​ຊີ​ວິດ​ແລະ​ບາດ​ເຈັບ ແລະ​ຮຽກ​ຮ້ອງ​ໃຫ້​ຍຸບ​ສະ​ຫະ​ພັນ​ດັ່ງ​ກ່າວ.

    ຈົດ​ໝາຍ​ຂອງ​ກະ​ຊວ​ງ​ການ​ຕ່າງ​ປະ​ເທດ​ຊີ​ຣີ ລະ​ບຸ​ວ່າ, ນັບ​ແຕ່​ສ້າງ​ຕັ້ງ​ຂຶ້ນ​ມານີ້, ກຸ່ມ​ພັນ​ທະ​ມິດ​ສາ​ກົນ​ໄດ້​ໂຈມ​ຕີຊີ​ຣີ​ທາງ​ອາ​ກາດເລື້ອຍໆ ເຊິ່ງ​ພຽງ​ເດືອນ​ດຽວ​ຄື​ເດືອນ​ກໍ​ລະ​ກົດ​ນີ້ ກໍ​ໄດ້​ໂຈມ​ຕີ​​ຢູ່ພາກ​ຕາ​ເວັນ​ອອກ ແລະພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ປະ​ເທດ​ຕົນ​ເຖິງ 7 ເທື່ອ ສົ່ງ​ຜົນ​ເຮັດ​ໃຫ້​ປະ​ຊາ​ຊົນ​ໂດຍ​ສະ​ເພາະ​ແມ່​ຍິງ​ແລະ​ເດັກ​ນິກ​ທີ່​ບໍ່​ມີ​ໂທດ​ຫຍັງ​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ​ຢ່າງຫຼວງຫຼາຍ.

    ທັງ​ນີ້, ອາ​ເມ​ລິ​ກາ​ແລະ​ປະ​ເທດ​ອື່ນໆ​ໄດ້​ສ້າງ​ຕັ້ງ​ກຸ່ມ​ພັນ​ທະ​ມິດ​ສາ​ກົນເມື່ອ​ເດືອນ​ກັນ​ຍາ​ປີ 2014 ເພື່ອໂຈມ​ຕີ​ ​ເປົ້າ​ໝາຍ​ຂອງ​ກຸ່ມຫົວ​ຮຸນ​ແຮງ IS ຢູ່​ຊີ​ຣີ​ແລະ​ອີ​ຣັກທາງ​ອາ​ກາດ​. ແຕ່​ລັດ​ຖະ​ບານ​ຊີ​ຣີ​ເຫັນ​ວ່າ, ການ​ກະ​ທຳ​ດັ່ງ​ກ່າວ ບໍ່​ໄດ້​ຮັບ​ການມອບ​ສິດ​ຈາກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ແລະ​ຕຳ​ໜິ​ວ່າ ການ​ໂຈ​ມ​ຕີ​ທາງ​ອາ​ກາດ​ສົ່ງ​ຜົນ​ເຮັດ​ໃຫ້​ປະ​ຊາ​ຊົນ​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ​ຢ່າງຫຼວງຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ