ທະ​ຫານ​ອາ​ເມ​ລິ​ກາ​ທົດ​ລອງ​ລະ​ບົບ​ຕ້ານ​ຂີ​ປະ​ນາ​ວຸດ "ທັດ"
2017-07-31 16:33:39  cri 
    ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ຖະ​ແຫຼງ​ໃນ​ວັນ​ທີ 30 ກໍ​ລະ​ກົດ​ນີ້​ວ່າ, ກອງ​ທັບ​ປະ​ເທດ​ຕົນ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການທົດ​ລອງ​ລະ​ບົບ​ຕ້ານ​ຂີ​ປະ​ນາ​ວຸດ "ທັດ​" ທີ່​ຕິດ​ຕັ້ງຢູ່​ລັດ​ອາ​ລາ​ສ​ກາ​ແລ້ວ.

    ຖະ​ແຫຼງ​ການ​ຍັງ​ລະ​ບຸ​ວ່າ, ການ​ທົດ​ລອງ​ຄັ້ງ​ນີ້ ເພື່ອ​ເກັບ​ກຳ​ຂໍ້​ມູນ​ຂີດ​ຄວາມ​ສາ​ມາດ​ຂອງ​ຂີ​ປະ​ນາ​ວຸດ​ເພື່ອ​ສະ​ກັດ​ຂອງ​ລະ​ບົບ "ທັດ" ແລະ​ຍົກ ​ຂີດ​ຄວາມ​ສາ​ມາດ​ຈຳ​ລອງ​ຂອງ​ລະ​ບົບໃຫ້​ສູງ​ຂຶ້ນ.

    ເມື່ອເດືອນ​ເມ​ສາ​ຜ່ານ​ມາ, ໂດຍ​ບໍ່​ເອົາ​ຫົວ​ຊາ​​ຕໍ່ການ​ຄັດ​ຄ້ານ​ຢ່າງ​ຮຸນ​ແຮງ​ຂອ​ງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ແລະ​ປະ​ເທດ​ອ້ອມ​ຂ້າງ, ອາ​ເມ​ລິ​ກາ​ແລະ ສ. ເກົາຫຼີ ໄດ້​ຕິດ​ຕັ້ງ​ອຸ​ປະ​ກອບ​ສ່ວນ​ໜຶ່ງ​ຂອງ​ລະ​ບົບ "ທັດ" ຢູ່​ເມືອງ​ຊິງ​ຈູ​ແຂວງ​ກິງ​ຊັງ​ເໜືອ​ ​ສ.ເກົາຫຼີ. ຂະ​ນະ​ທີ່ທ່ານ ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ກ່າວ​ຢ້ຳ​ໃນ​ວັນ​ທີ 29 ກໍ​ລະ​ກົດ​ນີ້​ວ່າ, ການ​ຕິດ​ຕັ້ງ​ລະ​ບົບ "ທັດ" ຢູ່​ສ.ເກົາຫຼີນັ້ນ ເປັນ​ການ​ທຳ​ລາຍ​ຄວາມ​ດຸນ​ດ່ຽງ​ທາງຍຸດ​​ທະ​ສາດ​ຂອງ​ພາກ​ພື້ນ​ຢ່າງ​ໜັກ​ໜ່ວງ ແລະ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຄວາມ​ໝັ້ນ​ຄົງ​ຍຸດ​ທະ​ສາດ​ຂອງ​ປະ​ເທດ​ໃນ​ພາກ​ພື້ນ​ລວມ​ທັງ​ຈີນອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ