ພິ​ທີ​ສວນ​ສະ​ໜາມ​ສະຫຼອງວັນ​ສ້າງ​ຕັ້ງ​ກອ​ງ​ທັບ​ຈີນ​ຄົບ​ຮອບ 90 ປີ​​ແລະ​ຄຳ​ປາ​ໄສ​ຂອງ​ທ່ານ ສີ​ຈິ້ນ​ຜິງ ໃນ​ພິ​ທີ​ດັ່ງ​ກ່າວໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກທົ່ວ​ໂລກ
2017-07-31 16:38:37  cri 
    ພິ​ທີ​ສວນ​ສະ​ໜາມ​ເພື່ອ​ສະຫຼອງວັນ​ສ້າງ​ຕັ້ງ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ຄົບ​ຮອບ 90 ປີ ໄດ້​ຈັດ​ຂຶ້ນ​ຢູ່​ຈູ​ຢື​ເຮີ ເຂດ​ປົກ​ຄອງ​ຕົນ​ເອງ​ມົງ​ໂກ​ໃນ ໃນ​ວັນ​ທີ 30 ກໍ​ລະ​ກົດ​ນີ້ ໂດຍ​ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ ໄດ້​ກວດ​ແຖວ​ທະ​ຫານ​ແລະ​ກ່າວ​ປາ​ໄສ​ທີ່​ສຳ​ຄັນ. ນັກ​ວິ​ເຄາະ​ສາ​ກົນ​ເຫັນ​ວ່າ, ການ​ສວນ​ສະ​ໜາມ​ຢູ່​ຖານ​ທັບ​ຄັ້ງ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ, ກຳ​ລັງລວມ​ແຫ່ງ​ຊາດ​ແລະ​ກຳ​ລັງ​ທະ​ຫານ​ຂອງ​ຈີນ​ໄດ້​ເພີ່ມ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດຢັ້ງ, ສ່ວນ​ຄຳ​ປາ​ໄສ​ຂອງ​ທ່ານ ສີ​ຈິ້ນ​ຜິງ ກໍໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ກອງ​ທັບ​ຈີນ​ມີ​ຄວາມ​ສາ​ມາດ​ປົກ​ປ້ອງ​ອະ​ທິ​ປະ​ໄຕ, ຄວາມ​ໝັ້ນ​ຄົງ​ແລະ​ຜົນ​ປະ​ໂຫຍດ​ດ້ານ​ການ​ພັດ​ທະ​ນາ​ຂອງ​ຊາດ, ແລະ​ມີ​ຄວາມ​ສາ​ມາດ​ປະ​ກອບ​ສ່ວນ​ໃໝ່ເພື່ອ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກໄດ້ຫຼາຍກວ່າ​ເກົ່າ.

    ທ່ານ ຢັດ​ຊຸນໂຮ ນັກ​ຄົ້ນ​ຄວ້າ​ຂັ້ນ​ສູງ​ຂອງ​ສະ​ຖາ​ບັນ​ການ​ພົວ​ພັນ​ສາ​ກົນ​ຣາ​ຈາ​ຣັດ​ນາມ​ມະ​ຫາ​ວິ​ທະ​ຍາ​ໄລ​ເຕັກ​ນິກ​ນານ​ຢາງ​ສິງ​ກະ​ໂປ ກ່າ​ວ​ວ່າ: "ຕ່າງ​ກັບ​ການ​ສວນ​ສະ​ໜາມ​ໃນ​ເມື່ອ​ກ່ອນ ໂດຍຄັ້ງ​ນີ້​ຄື​ການ​ຊ້ອມ​ຮົບ​ຕົວ​ຈິງ​ຄັ້ງ​ໜຶ່ງ ໂດຍ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຍຸດ​ໂທ​ປະ​ກອນ​ທີ່​ທັນ​ສະ​ໄໝ​ຂອງກອງ​ທັບ​ຈີນ​ແລະ​ຄຸນ​ນະ​ພາບ​ສູງ​ຂອງ​ທະ​ຫານ​ຈີນ ເຊິ່ງ​ມີ​ກຳ​ລັງ​ຕົວ​ຈິງ​ໃນ​ການ​ສູ້​ຮົບ​ທີ່ເດັດ​ຂາດ."

    ທ່ານ ເທິງ​ຊາວ​ຈຸນ ປະ​ທານ​ສະ​ມາ​ຄົມ​ວຽກ​ງານ​ສາ​ທາ​ລະ​ນະ​ຈີນ​ອາ​ເມ​ລິ​ກາ ກ່າວ​ວ່າ: "​ການ​ສວນ​ສະ​ໜາມຄື​ດັ່ງ​ການ​ວາງ​ກຳ​ລັງແລ້ວ​ກໍ​ສາ​ມາດ​ເຄື່ອນ​ໄປ​ສະ​ໜາມ​ຮົບ​ທັນ​ທີ." ທ່ານ​ກ່າວ​ຕື່ມ​ວ່າ, ການ​ສວນ​ສະ​ໜາມ​ຄັ້ງ​ນີ້ໄດ້​ສະ​ແດງ​ໃຫ້​ໂລກ​ເຫັນ​ຜົນ​ສຳ​ເລັດ​ໃນ​​ການພັດ​ທະ​ນາ​ການ​ທະ​ຫານ, ວິ​ທະ​ຍາ​ສາດ​ເຕັກ​ນິກ, ຂໍ້​ມູນ​ຂ່າວ​ສານ ແລະ​ອາ​ວຸດ​ທັນ​ສະ​ໄໝ​ທີ່​ສຸດ​ຂອງກອງ​ທັບ​ຈີນ, ການ​ສ​ວນ​ສະ​ໜາມ​ແບບ​ສູ້​ຮົບ​ຕົວ​ຈິງ​ຄັ້ງ​ນີ້ ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ເຖິງ​ກຳ​ລັງ​ລວມ​ຂອງ​ປະ​ເທດ​ຈີນ.

    ທ່ານ ຈອ​ສ ໂຈ​ໂກ​ໂພ​ລົ​ສ ນັກ​ວິ​ຊາ​ການ​ບັນ​ຫາ​ສາ​ກົນ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ເອີ​ຣົບ​ນິ​ສ​ຝ​ຣັ່ງ ກ່າວ​ວ່າ, ການ​ສວນ​ສະ​ໜາມ​ຄັ້ງ​ນີ້​ເຮັດ​ໃຫ້​ໂລກ​ມີ​ຄວາມ​ຮູ້​ສຶກ​ຕໍ່​ກຳ​ລັງ​ຂອງກອງ​ທັບ​ຈີນ ເຊິ່ງ​ກຳ​ລັງ​ດັ່ງ​ກ່າວ​ບໍ່​ພຽງ​ແຕ່​ສາ​ມາດ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ​ຈີນ​ເທົ່າ​ນັ້ນ, ​ຍັງ​ສາ​ມາດ​ປົກ​ປ້ອງ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ໂລກ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ