ບໍ​ລິ​ການວີ​ຊາ​ກັບ​ດ່ານ​ຢູ່​ດ່ານ​ມິດ​ຕະ​ພາບ​ຈີນ-ຫວຽດ​ນາມ​ເປັນ​ປະ​ຈຳແລ້ວ
2017-07-31 16:40:11  cri 
    ຫ້ອງ​ການ​ວີ​ຊາ​ດ່ານ​ມິດ​ຕະ​ພາບ​ພະ​ແນກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ເຂດກວາງ​ຊີ​ຈີນ ໄດ້​ເປີດ​ບໍ​ລິ​ການ​ໃນ​ວັນ​ທີ 30 ກໍ​ລະ​ກົດ​ນີ້ ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ອອກວີ​ຊາ​ກັບ​ດ່ານ​ຢູ່​ດ່ານ​ມິດ​ຕະ​ພາບ​ທີ່​ເປັນ​ດ່​ານ​ທາງ​ບົກ​ໃຫຍ່​ທີ່​ສຸດ​ດ້ານ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ຫວຽດ​ນາມ ໄດ້​​ບໍ​ລິ​ການ​ເປັນ​ປະ​ຈຳ​ແລ້ວ.

    ເຈົ້າ​ໜ້າ​ທີ່​ຫ້ອງ​ການ​ດັ່ງ​ກ່າວ​ໃຫ້​ຮູ້​ວ່າ, ວີ​ຊາ​ກັບ​ດ່ານ​ດັ່ງ​ກ່າວ​ໃຊ້​ໄດ້​ແຕ່​ຄັ້ງ​ດຽວ ໂດຍ​ໃຫ້​ຢູ່​ປະ​ເທດ​ຈີນ​ບໍ່​ກາຍ 30 ວັນ ໂດຍ​ບຸກ​ຄົນ​ສາ​ມາດ​​ຂໍ​ວີ​ຊາ​ດັ່ງ​ກ່າວ​ກ່ອນ​ເຂົ້າ​ດ່ານ 5 ມື້, ສ່ວນ​ເປັນ​ຄະ​ນະ​ຄວນ​ກ່ອນ 15 ມື້. ຫຼັງ​ຈາກ​ກາດ​ກາ​ຄວາມ​ຖືກ​ຕ້ອງ​ຂອງເອ​ກະ​ສານແລ້ວ ພວງປະ​ມານ 10 ນາ​ທີ ກໍ​ສາ​ມາດ​ໄດ້​ຮັບ​ວີ​ຊາ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ