ນັກ​ວິ​ຊາ​ການ​ຫວຽດ​ນາມ​ຊົມ​ເຊີຍ​ບົດ​ບາດ​ການ​ນຳ​ພາ​ຂອງພັກ​ກອມ​ມູ​ນິດ​ຈີນ
2017-08-01 10:07:57  cri 
​ກ່ອນ​ໜ້າ​ນີ້​ບໍ່​ດົນ, ທ່ານເລກວກ​ລີ  ຮອງ​ຫົວ​ໜ້າ​ສະ​ຖາ​ບັນ​ການ​ເມືອງ​ແລະ​ການ​ປົກ​ຄອງ​ແຫ່ງ​ຊາດ​ຫວຽດ​ນາມ​ແລະ​ທ່ານເລິມກວກ​ຕວນ ຮອງ​ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ການ​ກໍ່​ສ້າງ​ພັກ​ຂອງ​ສະ​ຖາ​ບັນ​ດັ່ງ​ກ່າວ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວCRIຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໂດຍ​ໄດ້​​ຊົມ​ເຊີຍ​ບົດ​ບາດ​ການ​ນຳ​ພາ​ຂອງພັກ​ກອມ​ມູ​ນິດ​ຈີນ​​ຢ່າງ​ສູງ​ສົ່ງ ທັງ​ອວຍ​ພອນ​ໃຫ້​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ຈະ​ໄຂ​ຂຶ້ນ​ໃນ​ 6 ເດືອນ​ທ້າຍ​ປີ​ນີ້​​ຈົ່ງປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.

ທ່ານ​​ເລ​ກວກ​ລີ​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ ​ຕໍ່​ຜົນ​ສຳ​ເລັດ​ທີ່​ຈີນ​ຍາດ​ມາ​ໄດ້​ໃນ​ການ​ວາງ​ແຜນ​ພ້ອມ​ດ້ວຍ​ການ​ສ້າງ​ສາ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ທັງ​ເຊື່ອ​ໝັ້ນ​ວ່າ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ຊາ​ຊົນ​ຈີນ​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ຍິ່ງ​ໃຫຍ່ກວ່າ​ເກົ່າ.

ທ່ານ​ເລິມກວກ​ຕວນ​ເຫັນ​ວ່າ ພັກ​ກອມ​ມູ​ນິດ​ຈີນ​ແລະ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ມີ​ຄວາມ​ຄ້າຍ​ຄື​ກັນຫຼາຍ​ຢ່າງ​ໃນ​ວຽກ​ງານ​ກໍ່​ສ້າງ​ພັກ ແລະ​ພັກ​ກອມ​ມູ​ນິດ​ຈີນ​ກໍ​ມີ​ບົດ​ຮຽນໃນ​ດ້ານ​ນີ້​​ຢ່າງຫຼວງຫຼາຍ​ເຊິ່ງ​ສາ​ມາດ​ເຮັດ​ໃຫ້​ນັກ​ຄົ້ນ​ຄວ້າ​ການ​ກໍ່​ສ້າງ​ພັກ​ຂອງ​ຫວຽດ​ນາມ​ຖື​ເປັນ​ບ່ອນ​ອ້າງ​ອີງ​ແລະ​ເປັນ​ບົດ​ຮຽນ​ທີ່​ດີ. ທ່ານ​ຍັງ​ກ່າວ​ຕື່ມ​ວ່າ: ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້​ເປັນ​ກອງ​ປະ​ຊຸມ​ສຳ​ຄັນ​ຄັ້ງ​ໜຶ່ງ ແລະ​ຫ​ວຽດ​ນາມ​ຫວັງ​ວ່າ​ກອງ​ປະ​ຊຸມ​ຄັ້ງ​ນີ້​ຈະ​ມີ​ຈຸດ​ເດັ່ນຫຼາຍ​ຢ່າງ​ເພື່ອ​ປະ​ເທດ​ຕົນ​ຈະ​ໄດ້ສຶກ​ສາ​ຄົ້ນ​ຄວ້າ​ແລະ​ຖອດ​ຖອນ​ບົດ​ຮຽນນຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ