ອະ​ດີດທະ​ຫານ 100 ກວ່າ​ຄົນ​ຊັກ​ທຸງ​ກອງ​ທັບສະຫຼອງວັນ​ສ້າງ​ຕັ້ງ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ 1 ສິງ​ຫາ
2017-08-01 15:27:23  cri 

ວັນ​ທີ 31 ກໍ​ລະ​ກົດ​ນີ້, ໂອ​ກາດ​ວັນ​ສ້າງ​ຕັ້ງ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ 1 ສິງ​ຫາ ຄົ​ບ​ຮອບ 90 ປີ​ໃກ້​ຈະ​ມາ​ເຖິງ, ​ອະ​ດີດທະ​ຫານ​ເຮືອ​ ​ທີ່​ມີ​ອາ​ຍຸ​ເກືອບ 60 ປີ 100 ກວ່າ​ຄົນຈາກ​ແຫ່ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ໄດ້​ເດີນ​ທາງ​ມາ​ສາຍພູ​ເຫຼົາ​ຈຸ່ນ​ເມືອງ​ໂລ​ຢາງ​ແຂວງ​ເຫີ​ນານ​ໂດຍ​ການນຸ່ງ​ຊຸດ​ທະ​ຫານຄືນ​ໃໝ່​ເພື່ອ​ ​ຝຶກ​ຊ້ອມ​ເດີນ​ທັບ​ຂຶ້ນ​ຈອມມາ​ຈົ່ງ​ ​ເຊິ່ງ​ເປັນຈຸດ​ສູງ​ສຸດ​ຂອງ​ພູ​ຟູ​ນິວ ​ທີ່​ຂຶ້ນ​ກັບສາຍ​ພູ​ເຫຼົ່າ​ຈຸ່ນ​ໂດຍສູງ​ຈາກ​ໜ້າ​ນ້ຳ​ທະ​ເລ 2000 ກວ່າ​ແມັດ ທັງ​ຈັດ​ພິ​ທີ​ຊັກ​ທຸງ​ຂຶ້ນ​ສູ່ຍອດ​ເສົາ​ຢູ່​ຈອມ​ພູ​ດັ່ງ​ກ່າວ​ໂດຍ​ເຄົາ​ລົບ​ທຸງ​ກອງ​ທັບ​ແລະ​ສາບານ​ຕົວ​ຢ່າງ​ເຄັ່ງ​ຂຶມ​ວ່າ "ຫາກ​ມີ​ສົງ​ຄາມ​ຕ້ອງ​ກັບ​ຄືນ​ສູ່ກອງ​ທັບ​ຕາມ​ຄຳ​ຮຽກ​ຂອງ​ລັດ"

1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ