ບໍ່​ຕັດມາ 25 ປີໄດ້​ຜົມ​ຍາວ​ເກືອບ 2 ແມັດ
2017-08-01 15:55:28  cri 


ວັນ​ທີ 30 ກໍ​ລະ​ກົດ​​ຜ່ານ​ມາ, ຢູ່​ແຖວ​ໃກ້​ຖະ​ໜົນ​ຈ້ຽນ​ເຊີ້​ແລະ​ຖະ​ໜົນ​ກົ່ງ​ເຢິນ ເມືອງ​ເຈີ້ງ​ໂຈ່ວ ແຂວງ​ເຫີ​ນານ ສ​ປ ຈີນ, ​ມີ​ແມ່​ຍິງ​ທີ່ຜົມ​ງາມ​​ແລະຍາວ​ເກືອບ 2 ແມັດ​ປາ​ກົດ ​ຢູ່​ຕາມ​ຖະ​ໜົນ​ແລະ​ສວນ​ສາ​ທາ​ລະ​ນະ​​ເຊິ່ງ​ພາບ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ຊາວ​ເມືອງ​ເປັນ​ຈຳ​ນວນຫຼາຍ​ຢຸດ​ເບິ່ງ, ຂະ​ນະ​ທີ່​ເກີດ​ຄວາມຮູ້​ສຶກ​ງຶດ​ງໍ້​ນຳ​ຜົມ​ຍາວ​ຂອງ​ນາງ​ແລ້ວ, ຊາວ​ເມືອງ​ຍັງ​ຍົກ​ຍ້ອງ​ຊື່ນ​ຊົມ​ຕໍ່​ຈິດ​ໃຈ​​ທີ່ຍຶດ​ໝັ້ນ​ຈົ່ງ​ຜົມ​ຍາວ​ຂອງ​ນາງ​ມາ​ເປັນ​ເວ​ລາ 25 ປີ​ໂດຍ​ແມ່​ຍິງ​ຄົນ​ນັ້ນ​ກໍ​ຄືນາງ​ຝານ​ທີ່​ປີ​ນີ້​ອາ​ຍຸ 49 ປີ​ນັ້ນ​ເອງ. ລາວໄດ້​ຈົ່ງ​ຜົມ​ຍາວ​ມາ​ແຕ່​ຕອນອາ​ຍຸ 24 ປີ​ແລະ​ມາ​ເຖິງ​ປັດ​ຈຸ​ບັນ,ຜົມ​ຂອງ​ນາງ​ຍາວ​ກວ່າ 1,93 ແມັດ​ແລ້ວ. ນາງ​ຢືນ​ຢັນ​ວ່າ​ຈະ​ສືບ​ຕໍ່ຈົ່ງຜົມ​​ໄປ​ເລື້ອຍໆ​ເພື່ອເບິ່ງວ່າ​ຜົມ​ຈະ​ຍາວ​ອີກ​ເທົ່າ​ໃດ​ເມື່ອ​ທຽບ​ກັບ​ຄວາມ​ສູງ​ຂອງ​ຕົນ​ໃນ​ປັດ​ຈຸ​ບັນ​ຈະ​ໄດ້​ທົບ​ເທົ່າຫຼື​ບໍ່?

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ