ບໍ​ລິ​ສັດ​ຢູ​ນຽນ​ເພ​ສາ​ກົນ​ຈັບມື​ກັບ​ທະ​ນາ​ຄານ Canadia ຂອງ​ກຳ​ປູ​ເຈຍ​ອອກ​ບັດ​ທ່ອງ​ທ່ຽວ​ອາ​ຊີ
2017-08-01 10:49:47  cri 
ວັນ​ທີ 28 ກໍ​ລະ​ກົດ​ຜ່ານ​ມາ,ບໍ​ລິ​ສັດ​ຢູ​ນຽນ​ເພ​ສາ​ກົນ​ໄດ້​ປະ​ກາດ​ຈະ​ຈັບມື​ກັບ​ທະ​ນາ​ຄານ Canadia ​ທີ່​ເປັນ​ທະ​ນາ​ຄານ​ໃຫຍ່​ອັນ​ດັບ​ສອງ​ຂອງ​ກຳ​ປູ​ເຈຍ​ ເພື່ອຮ່ວມ​ກັນ​ອອກ​ບັດ​ທ່ອງ​ທ່ຽວ​ອາ​ຊີ.

​ບັດ​ດັ່ງ​ກ່າວ​ໃຊ້​ໄດ້​ຢ່າງ​ສະ​ດວກ​ທາ​ງ​ເຄືອ​ຂ່າຍ​ຢູ​ນຽນ​ເພ​ທີ່​ປົກ​ຄຸມ 162 ປະ​ເທດ​ແລະ​ເຂດ​ແຄວ້ນ, ຂະ​ນະ​ດຽວ​ກັນ​ກໍ​ມອບສິດ​ແລະ​ຜົນ​ປະ​ໂຫຍດ​ການ​ໃຊ້​ບັດ​ສະ​ເພາະ​ກິດ​ໃຫ້​ແກ່ 20 ​ຈຸດ​ໝາຍ​ປາຍ​ທາງການ​ທ່ອງ​ທ່ຽວ​ທີ່​ສຳ​ຄັນ ໃນອາ​ຊີ ໂດຍກວມ​ເອົາ​ບັດ​ເຂົ້າ​ຊົມ​ແຫຼ່ງ​ທ່ອງ​ທ່ຽວ,ຄົມ​ມະ​ນາ​ຄົມ,WiFi, ການ​ພັກ​ເຊົາ,ການ​ກິນ​,ຄວາມ​ບັນ​ເທີງ,​ກາ​ນ​ຊື້​ສິນ​ຄ້າ​ແລະ​​ອື່ນໆ. ບັດ​ດັ່ງ​ກ່າວ​ໄດ້​ກາຍ​ເປັນທ່າ​ແຮງ​ສຳ​ລັບ​ການ​ບໍ​ລິ​ການ​ຢູ່​ພາກ​ພື້ນ​ອາ​ຊີ ເປັນ​ຕົ້ນຢູ່​ໄທ,ມຽນ​ມາ,ຟີ​ລິບ​ປິນ,ມາ​ເລ​ເຊຍ​ແລະ​ປະ​ເທດ​ອື່ນໆ​ລ້ວນ​ແຕ່​ໄດ້​ອອກ​ບັດ​ດັ່ງ​ກ່າວ.

​ສຳ​ລັ​ບຢູ່​ກຳ​ປູ​ເຈຍ,ບັດ​ຢູ​ນຽນ​ເພ​ສາ​ມາດ​ໃຊ້​ໄດ້​ນຳ​ເຄື່ອງ POS 90% ແລະ​ຕູ້ ATM 80%, ປັດ​ຈຸ​ບັນ, ບໍ​ລິ​ສັດ​ສາ​ກົນ​ຢູ​ນຽນ​ເພ​ພວມເລັ່ງຮ່ວມ​ມື​ກັບ​ທະ​ນາ​ຄານ Canadia​ ແລະ​ອົງ​ການ​ທີ່​ສຳ​ຄັນ​​ອື່ນໆຂອງ​ກຳ​ປູ​​ເຈຍ ເພື່ອ​ອອກ​ແລະ​ໃຊ້​ບັດ​ຊີມ​ຢູ​ນຽນ​ເພ​ໃນ​ບໍ​ລິ​ເວນກວ້າງ​ແລະ​ຈາກ​ການ​ຍົກ​ລະ​ດັບ​ຜະ​ລິດ​ຕະ​ພັນ​ ຈຶ່ງ​ສາ​ມາດຊຸກ​ຍູ້​ການ​ຍົກ​ລະ​ດັບ​ຂະ​ແໜງ​ການ​​ການ​ຊຳ​ລະ​ຢູ່​ປະ​ເທດ​ດັ່ງ​ກ່າວ​ໄດ້​ເປັນ​ຢ່າງ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ