ອາ​ຟ​ຣິ​ກາ​ໃຕ້​ມີ​ຜູ້​ຕິດ​ເຊື້ອ​ເອດຫຼາຍກວ່າ 7 ລ້ານ​ຄົນ
2017-08-01 14:39:30  cri 
ຕາມ​ຂ່າວCRI: ວັນ​ທີ 31 ກໍ​ລະ​ກົດ​ຜ່ານ​ມາ, ກົມ​ສະ​ຖິ​ຕິ​ອາ​ຟ​ຣິ​ກາ​ໃຕ້​ໄດ້​ເປີດ​ເຜີຍ​ສະ​ຖິ​ຕິ​ປະ​ຊາ​ກອນ​​ຫຼ້າ​ສຸດ ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ເອດເຖິງ 7.060.000 ຄົນ ​ເພີ່ມ​ຂຶ້ນ 130.000 ຄົນ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ. ຂະ​ນະ​ດຽວ​ກັນ,ອັດ​ຕາ​ການ​ຕິ​ດ​ເຊື້ອ​ພະ​ຍາດ​ເອດ​ກໍ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່ຄືເພີ່ມ​ຂຶ້ນ​ເຖິງ 12,57%.

ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ເອດ​ຢູ່​ອາ​ຟ​ຣິ​ກາ​ໃຕ້​ໄດ້​ຢູ່​ອັນ​ດັບ​ໜຶ່ງ​ຂອງ​ໂລກ​ມາ​ໂດຍ​ຕະ​ຫຼອດ ໂດຍພະ​ຍາດ​ນີ້​ຍັງ​ແມ່ນ​ໜຶ່ງ​ໃນ​ພະ​ຍາດ​ຕົ້ນ​ຕໍ​ທີ່​ກະ​ທົບ​ຕໍ່​ສຸ​ຂະ​ພາບ​ຂອງ​ຄົນ​ອາ​ຟ​ຣິ​ກາ​ໃຕ້.ນອກ​ນັ້ນໃນ​ແຕ່​ລະ​ປີ​ອັດ​ຕາ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ກໍ​ໄດ້​ສູງ​ຂຶ້ນ ໂດຍ​ຂໍ້​ມູນ​ຫຼ້າ​ສຸດ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ຈຳ​ນວນຜູ້​ຕິດ​ເຊື້ອ​ພະ​ຍາດ​ເອດ​ຢູ່​ອາ​ຟ​ຣິ​ກາ​ໃຕ້​ປີ 2017, ​ແມ່​ຍິງ​ອາ​ຍຸ​ແຕ່ 15 ຫາ 49 ປີ​ມີ​ອັດ​ຕາ​ສູງກວ່າ​ໝູ່ ໂດຍ​ມີ​ເຖິງ 21,17%, ຂະ​ນະ​ທີ່​ຜູ້​ຊາຍ​ໃນ​ໝວດ​ອາ​ຍຸ​ດຽວ​ກັນ​ກໍ​ມີ​ເຖິງ 17,98%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ