ເກີບ​ສະ​ມາດ​ທີ່​ມີ​ແສງ LED (ວິ​ດີ​ໂອ)
2017-08-01 14:44:19  cri 

 

ບໍ​ລິ​ສັດ NNF ທີ່​ເປັນ​ບໍ​ລິ​ສັດ​ອອກ​ແບບ​ແຫ່ງ​ໜຶ່ງ​ຂອງ​ຍີ່​ປຸ່ນ ໄດ້​ຜະ​ລິດ​ເກີບ​ທີ່​ມີ​ແສງ
LED ເຊິ່ງ​ໄດ້​ຮັບ​ການ​ຕອບ​ຮັບ​ຈົນ​ກາຍ​ເປັນ​ກະ​ແສ​ແຟ​ຊັນ​ໃໝ່. ເກີບ​ສະ​ມາດ​ຊະ​ນິດນີ້​ຊື່​ວ່າ
"Orphe", ໂດຍຢູ່​ພື້ນ​ເກີບ​ໄດ້​ຕິດ​ຕັ້ງ​ໄຟ LED ຫຼາຍ​ສີທີ່​ສາ​ມາດ​ຄວບ​ຄຸມ​ໄດ້​ 50
ເມັດ, ເມື່ອ​ມັນ​ເຊື່ອມ​ຕໍ່​ກັບ​ໂທ​ລະ​ສັບ​ມື​ຖື​ແລ້ວ, ຜູ້​ໃຊ້​ກໍ​ສາ​ມາດ​ເລືອກ​ສີ​​ແລະ​ຮູບ​ການ​ເປັ່ງ​ປະ​ກາຍໂດຍ​ຜ່ານ
APP ໄດ້. ຂະ​ນະ​ດຽວ​ກັນ, Orphe ຍັງ​ສາ​ມາດ​ອອກ​ສຽງຫຼາຍ​ຢ່າງ​ຫຼັງ​ກະ​ທົບ​ດິນ​. ຂ່າວ​ແຈ້ງວ່າ,
ເກີບ​ສະ​ມາດ​ຊະ​ນິດນີ້​ມີ​ລາ​ຄາ 44800 ເຢັນ ຫຼື 400 ໂດ​ລາ​ສະ​ຫະ​ລັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ