​ສະຫຼອງວັນ​ຄົບ​ຮອບ 90 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ
2017-08-01 15:03:42  cri 

ພິ​ທີ​ສະຫຼອງວັນ​ຄົບ​ຮອບ 90 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ປະ​ຊຸມ​ແຫ່ງ​ຊາດ​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ຕອນ​ເຊົ້າ​ວັນ​ທີ 1 ສິງ​ຫາ​ນີ້ ໂດຍທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ເຂົ້າ​ຮ່ວມ​​ແລະ​ກ່າວ​​ປາ​ໄສ​ສຳ​ຄັນ ແລະ​ໃນ​ພິ​ທີ​ດັ່ງ​ກ່າວ, ກໍ​ມີກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ 7 ທ່ານ, ຜູ້​ນຳ​ພັກ​ລັດ​ທີ່​ຢູ່​ປັກ​ກິ່ງ ແລະ​ຜູ້​ແທນ​ວົງ​ການ​ຕ່າງໆ​ປະ​ມານ 3000 ຄົນ​ໄດ້​ເຂົ້າ​ຮ່ວມເຊັ່ນ​ດຽວ​ກັນ.

ວັນ​ທີ 1 ສິງ​ຫາປີ 1927, ການ​ລຸກ​ຮື​ຂຶ້ນ​ໜານ​ສ່າງ​ໄດ້​ເປີດ​ສາກ​ການ​ຕໍ່​ສູ້​ດ້ວຍ​ກຳ​ລັງ​ອາ​ວຸດ​ທີ່​ນຳ​ພາ​ໂດຍ​ພັກ​ກອມ​ມູ​ນິດ​ຈີນ ແລະ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ກອງ​ທັບ​ປະ​ຊາ​ຊົນ​ແບບ​ໃໝ່​ທີ່​ນຳ​ພາ​ໂດຍ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ກຳ​ເນີດ​ເກີດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ.

1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ