ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຈີນ​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ລາວ
2017-08-01 15:47:35  cri 
ທ່ານ​ໂກ່​ເຊິ່ງ​ຄຸ່ນ ທີ່​ປຶກ​ສາ​ແຫ່ງ​ລັດທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ພົນ​ໂທ ຈັນ​ສະ​ໝອນ ຈັນ​ຍາ​ລາດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາວ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ​ໃນ​ວັນ​ທີ 31 ກໍ​ລະ​ກົດ​ຜ່ານ​ມາ.

ທ່ານ​ໂກ່​ເຊິ່ງ​ຄຸ່ນ​ກ່າວ​ວ່າ, ຫວັງ​ສອງ​ຝ່າຍ​ໃຫ້​ຄວາມ​ສຳ​ຄັນ​ໃນ​ການ​ປະ​ຕິ​ບັດ​ຄວາມ​ເປັນ​ເອ​ກະ​ພາບ​ຂອງ​ຜູ້​ນຳ​ພັກ​ແລະ​ລັດ​ສອງ​ປະ​ເທດ, ຊຸກ​ຍູ້​ການ​ຮ່ວມ​ມື​ຄວາມ​ປອດ​ໄພ​ທີ່​ປະ​ຕິ​ບັດ​ຢູ່​ເຂດ​ແມ່​ນ້ຳ​ຂອງ​ໃຫ້​ເຂົ້າ​ສູ່​ລວງ​ເລິກ, ເພື່ອ​ຮ່ວມ​ກັນ​ຕໍ່​ຕ້ານ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ, ຮັບ​ປະ​ກັນ​ຄວາມ​ປອ​ດ​ໄພ​ແລະ​ສິດ​ຜົນ​ປະ​ໂຫຍດ​ທີ່​ຊອບ​ດ້ວຍ​ກົດ​ໝາຍຂອງ​ອົງ​ການ​ຈັດຕັ້ງ​ແລະ​ພົນ​ລະ​ເມືອງ​ທີ່​ຢູ່​ປະ​ເທດ​ຂອງ​ແຕ່​ລະ​ຝ່​າຍຢ່າງ​ແທ້​ຈິງ, ລວມ​ທັງ​ເພື່ອ​ຮັກ​ສາ​ຄວາມ​ສະ​ຫງົບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ແລະ​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ​ໃຫ້​ດີກວ່າ​ເກົ່າ.

ທ່ານ​ຈັນ​ສະ​ໝອນ​ກ່າວ​ວ່າ, ຍິ​ນ​ດີ​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັບ​ຈີນ, ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ການ​ປະ​ຕິ​ບັດ​ກົດ​ແລະ​ຢູ່​ເຂດ​ແມ່​ນ້ຳ​ຂອງ​ຢ່າງ​ບໍ່​ຢຸດ​ຢັ້ງ, ເພື່ອ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແລະ​ຄວາມ​ສະ​ຫງົບ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ສອງ​ປະ​ເທດ​ຢ່າງ​ແທ້​ຈິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ