ທ່ານໂກ່ເຊິ່ງຄຸ່ນ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຈີນໄດ້ພົບປະກັບທ່ານພົນໂທ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດລາວຢູ່ນະຄອນຫຼວງປັກກິ່ງ ສປ ຈີນໃນວັນທີ 31 ກໍລະກົດຜ່ານມາ.
ທ່ານໂກ່ເຊິ່ງຄຸ່ນກ່າວວ່າ, ຫວັງສອງຝ່າຍໃຫ້ຄວາມສຳຄັນໃນການປະຕິບັດຄວາມເປັນເອກະພາບຂອງຜູ້ນຳພັກແລະລັດສອງປະເທດ, ຊຸກຍູ້ການຮ່ວມມືຄວາມປອດໄພທີ່ປະຕິບັດຢູ່ເຂດແມ່ນ້ຳຂອງໃຫ້ເຂົ້າສູ່ລວງເລິກ, ເພື່ອຮ່ວມກັນຕໍ່ຕ້ານອາຊະຍາກຳຂ້າມຊາດ, ຮັບປະກັນຄວາມປອດໄພແລະສິດຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງອົງການຈັດຕັ້ງແລະພົນລະເມືອງທີ່ຢູ່ປະເທດຂອງແຕ່ລະຝ່າຍຢ່າງແທ້ຈິງ, ລວມທັງເພື່ອຮັກສາຄວາມສະຫງົບແລະສະຖຽນລະພາບຂອງພາກພື້ນຢ່າງມີປະສິດທິຜົນ, ແລະສ້າງຄວາມສຸກໃຫ້ແກ່ປະຊາຊົນສອງປະເທດໃຫ້ດີກວ່າເກົ່າ.
ທ່ານຈັນສະໝອນກ່າວວ່າ, ຍິນດີສຸມທຸກຄວາມພະຍາຍາມຮ່ວມກັບຈີນ, ລົງເລິກການຮ່ວມມືດ້ານຄວາມປອດໄພການປະຕິບັດກົດແລະຢູ່ເຂດແມ່ນ້ຳຂອງຢ່າງບໍ່ຢຸດຢັ້ງ, ເພື່ອຮັກສາຄວາມໝັ້ນຄົງແລະຄວາມສະຫງົບຂອງພາກພື້ນກໍຄືຂອງສອງປະເທດຢ່າງແທ້ຈິງ.