ໄຂ້​ຫວັດ​ໃຫຍ່ H1N1 ສາຍ​ພັນ A ​ແຜ່​ລາມ​ຢູ່ມຽນ​ມາ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 10 ຄົນ
2017-08-01 10:03:31  cri 
ເຈົ້າ​ໜ້າ​ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ແລະ​ກິ​ລາ​ມຽນ​ມາ​ຢືນ​ຢັນວ່າ, ນັບ​ແຕ່​ວັນ​ທີ 21 ຫາ 30 ກໍ​ລະ​ກົດ​ຜ່ານ​ມາ​, ມີ 182 ຄົນ​​ໄດ້ເຂົ້າ​ໂຮງ​ໝໍ​ຍ້ອນ​ຕິດ​ເຊື້ອ​ພະ​ຍາດຫຼອດ​ລົມ​ຫາຍ​ໃຈ​ຮ້າຍ​ແຮງ, ໃນ​ນີ້ ມີ 51 ຄົນ​ຕິດ​ເຊື້ອ​ພະ​ຍາດ​ໄຂ້​ຫວັດ​ໃຫຍ່ H1N1 ສາຍ​ພັນ A ເຊິ່ງ​ເຊື້ອ​ພະ​ຍາດ​ດັ່ງ​ກ່າວ​ສ່ວນຫຼາຍ​ແຜ່​ລະ​ບາດ​ຢູ່​ແຂວງ​ຢາງ​ກຸງ​ແລະ​ລັດ​​ກາ​ຊິນ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງປະ​ເທດ ແລະ​ເປັນ​ທີ່​ແນ່ນອນ​ແລ້ວ​ວ່າ ມາ​ຮອດ​ວັນ​ທີ 30 ກໍ​ລະ​ກົດ​ຜ່ານ​ມາ, ທົ່ວ​ປະ​ເທດ​ມີ 51 ຄົນໄດ້​ຮັບ​ການ​ຢືນ​ຢັນ​ວ່າ​ຕິດ​ເຊື້ອ​ພະ​ຍາດ​ໄຂ້​ຫວັດ​ໃຫຍ່ H1N1 ສາຍ​ພັນ A. ໃນ​ນີ້ ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ 10 ຄົນ.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ສ​າ​ທາ​ລະ​ນະ​ສຸກ​ແລະ​ກິ​ລາ​ມຽນ​ມາ​​ໄດ້​ແນະ​ນຳ​ໃຫ້​ປະ​ຊາ​ຊົນ​ເອົາ​ໃຈ​ໃສ່​ຕໍ່ການ​ປ້ອງ​ກັນ​ພະ​ຍາດ, ຖ້າ​ເປັນ​ອາ​ການ​ໄຂ້​ຫວັດ​ຄວນ​ໄປ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ອ້ອມ​ຂ້າງ​​ທັນ​ທີ.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ດັ່ງ​ກ່າວ​ຍັງ​ເປີດ​ເຜີຍ​ອີກ​ວ່າ, ໄຂ້​ຫວັດ​​ຊະ​ນິດ​ນີ້​ເປັນ​ໄຂ້​ຫວັດ​ຕາມ​ລະ​ດູ​ການ ແລະ​ເລີ່ມ​ເກີດ​ຂຶ້ນ​ຢູ່​ມຽນ​ມາ​ເມື່ອ​ປີ 2009 ເປັນ​ຄັ້ງ​ທຳ​ອິດ ແລະ​ຈາກ​ນັ້ນ​ກໍໄດ້​ເກີດ​ຂຶ້ນ​ໃນ​ປີ 2010, 2012, 2013, 2015 ແລະ​ປີຜ່ານ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ