ປິດ​ໂຄງ​ການ​ອົບ​ຮົມ​ທ່ານ​ໝໍ​ພື້ນ​ເມືອງ​ຈີນ​ທີ່​ດີ​ເລີດ​ຂອງ​ໄທ 2017
2017-08-01 16:20:38  cri 
    ພິ​ທີ​ປິດໂຄງ​ການ​ອົບ​ຮົມ​ທ່ານ​ໝໍ​ພື້ນ​ເມືອງ​ຈີນ​ທີ່​ດີ​ເລີດ​ຂອງ​ໄທ 2017 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ບາງກອກ​​ປະ​ເທດ​ໄທເມື່ອ​ວັນ​ທີ 31 ກໍ​ລະ​ກົດ​ຜ່ານ​ມາຫຼັງ​ດຳ​ເນີນ​ເປັນ​ເວ​ລາ 6 ວັນ ໂດຍ​ທ່ານ​ໝໍ​ພື້ນ​ເມືອງ​ຈີນ​ທີ່​ມີ​ໃບ​ອະ​ນຸ​ຍາດ​ເກືອບ 40 ທ່ານ​ໃນ​ທົ່ວ​ປະ​ເທດ​ໄທ ໄດ້​ເຂົ້າ​ຮ່ວມ​ການ​ອົບ​ຮົມ.

    ນັບ​ແຕ່​ແພດ​ພື້ນ​ເມືອງ​ຈີນ​​ຖືກຕ້ອງ​ຕາມ​ກົດ​ໝາຍ​ຢູ່​ໄທ​ມາ​ເປັນ​ເວ​ລາ 17 ປີ​ນີ້, ທ່ານ​ໝໍ​ພື້ນ​ເມືອງ​ຈີນ​ທີ່​ໄດ້​ຮັບ​ໃບ​ອະ​ນຸ​ຍາດ​ຄຸນ​ວຸດ​ທິ​ແພດ​ພື້ນ​ເມືອງ​ຈີນ​ຢູ່​ໄທ ​ມີ​ເກືອບ 1000 ຄົນ​ແລ້ວ. ເພື່ອອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ອົບ​ຮົມ​ທີ່​ເປັນ​ລະ​ບົບ​ໃຫ້​ແກ່ທ່ານ​ໝໍ​ພື້ນ​ເມືອງ​ຈີນ​ຂອງ​ໄທ, ສະ​ຖາ​ບັນ​ຂົງ​ຈື້​ມະ​ຫາ​ວິ​ທະ​ຍາ​ໄລ​ບົວ​ລະ​ພາ, ສະ​ມາ​ຄົມ​ທ່ານ​ໝໍ​ພື້ນ​ເມືອງ​ຈີນ​ຂອງ​ໄທ ແລະ​ມະ​ຫາ​ວິ​ທະ​ຍາ​ໄລ​ແພດ​ສາດ​ເວີ່ນ​ໂຈ່ວ​ຈີນ ໄດ້​ຮ່ວມ​ກັນ​ສ້າງ​ຕັ້ງ "​ສູນ​ອົບ​ຮົມ​ທ່ານ​ໝໍ​ພື້ນ​ເມືອງ​ຈີນ​ທີ່​ດີ​ເລີດ​ຂອງ​ໄທ" ໃນ​ປີ 2016 ຜ່ານ​ມາ ເຊິ່ງການ​ອົບ​ຮົມ​ຄັ້ງ​ນີ້ ​ເປັນ​ຊຸດ​ທີ​ສອງ​ທີ່​ຈັດ​ຂຶ້ນ​ຢູ່​ສູນ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ