ຣັດ​ເຊຍ​ຕຳ​ໜິ​ອາ​ເມ​ລິ​ກາ​ທີ່​ປະ​ນາມ​ປະ​ເທດ​ຕົນ​ແລະ​ຈີນ​ໃນ​ບັນ​ຫາ​ແຫຼມ​ເກົາຫຼີ
2017-08-01 16:22:24  cri 
    ເວັບ​ໄຊ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 31 ກໍ​ລະ​ກົດ​ຜ່ານ​ມາ​ວ່າ, ອາ​ເມ​ລິ​ກາ​ແລະ​ປະ​ເທດ​ອື່ນໆ​ໄດ້​ຖິ້ມ​ໂທດ​ໃສ່ປະ​ເທດ​ຕົນ​ແລະ​ຈີນ​ມີ​ໜ້າ​ໃນ​ກໍ​ລະ​ນີ​ສ​ປ​ປ​ເກົາຫຼີ​ທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດ​ໃນ​ມໍ່ໆ​ນີ້​ທັງໆ​ທີ່​ການ​ກະ​ທຳ​ດັ່ງ​ກ່າວ​ບໍ່​ມີ​ເຫດ​ຜົນ​ແຕ່​ຢ່າງ​ໃດ.

    ຖະ​ແຫຼງ​ການ​ລະ​ບຸ​ວ່າ, ນັບ​ແຕ່​ສ​ປ​ປ​ເກົາຫຼີ​ລະ​ເມີດ​ມະ​ຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແລະ​ຍິງ​ຂີ​ປະ​ນາ​ວຸດ​ໃນ​ວັນ​ທີ 28 ກໍ​ລະ​ກົດ​ຜ່ານ​ມາ, ປະ​ເທດ​ຕົນ​ກໍ​ເປັນ​ຫ່ວງຕໍ່​ສະ​ຖາ​ນະ​ການ​ແຫຼມ​ເກົາຫຼີ​ທີ່​ສຸດ​. ຂະ​ນະ​ດຽວ​ກັນ, ອາ​ເມ​ລິ​ກາ, ສ.ເກົາຫຼີ ແລະ​ຍີ່​ປຸ່ນ ພວມ​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ການ​ທະ​ຫານ​ຢູ່​ພາກ​ພື້ນ​ດັ່ງ​ກ່າວ ແລະ​ອາ​ເມ​ລິ​ກາ​ກໍ​ໄດ້​ຊຸກ​ຍູ້​ການ​ຕິດ​ຕັ້ງ​ລະ​ບົບ​ຕ້ານ​ຂີ​ປະ​ນາ​ວຸດ "ທັດ" ຢູ່​ສ.ເກົາຫຼີ​ຕື່ມ​ອີກ. ສະ​ນັ້ນ, ປະ​ເທດ​ຕົນ​ຈຶ່ງ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ກັບ​ບັນ​ຫາ​ແຫຼມ​ເກົາຫຼີ ຈະ​ຮັກ​ສາ​ຄວາມ​ອົດ​ທົນ, ຢ່າ​ມີ​ການ​ກະ​ທຳໃດໆ​ທີ່​ຈະ​ສືບ​ຕໍ່​ເຮັດ​ໃຫ້​ສະ​ຖາ​ນະ​ການ​ເຄັ່ງ​ຕຶງ​ຂຶ້ນ.

    ພາຍຫຼັງ ສ​ປ​ປ ເກົາ​ຫຼີ ໄດ້​ລະ​ເມີດ​ມະ​ຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ​ທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບໃນວັນ​ທີ 28 ກໍ​ລະ​ກົດ​ຜ່ານ​ມາ, ສື່ມວນ​ຊົນ​ກໍລາຍ​ງານ​ວ່າ, ທ່ານ ເຣັກ​ສ໌ ຕີ​ເລີ​ຊັນ ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ກໍ​ໄດ້​ອອກ​ຖະ​ແຫຼງ​ການ ໂດຍ​​ໃຫ້ຣັດ​ເຊຍ​ແລະ​ຈີນຮັບ​ຜິດ​ຊອບ​ໃນ​ເລື່ອງນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ