​ປີ​ນີ້​ລາວ​ມີ23ຄົນ​ເສຍ​ຊີ​ວິດ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງໃນ​ປາງ​ສົງ​ຄາມ
2017-08-02 10:49:43  cri 
ໜັງ​ສື​ພິມ​ວຽງ​ຈັນ​ທາມ​ສະ​ບັບ​ວັນ​ທີ 1 ສິງ​ຫາ​ນີ້​ລາຍ​ງານ​ວ່າ: ມາ​ຮອດ​ທ້າຍ​ເດືອນ​ກໍ​ລະ​ກົດ​ຜ່ານ​ມາ, ມີ​ຄົນ​ລາວ 23 ຄົນ​ເສຍ​ຊີ​ວິດ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ​​ໃນ​ປາງ​ສົງ​ຄາມ​ຕໍ່​ຕ້ານ​ອາ​ເມ​ລິ​ກາ, ຂະ​ນະ​ທີ່​ປີ​ຜ່ານ​ມາ​ມີ 59 ຄົນ​ເສຍ​ຊີ​ວິດແລະ​ບາດ​ເຈັບ.

ພິ​ທີ​ຖະ​ແຫຼງ​ຂ່າວ​ເພື່ອ​ລະ​ນຶກວັນ​ຄົບ​ຮອບ 7 ປີ​ແຫ່ງ​ການບັງ​ຄັບ​ໃຊ້ສັນ​ຍາ​ສາ​ກົນ​ວ່າ​ດ້ວຍ​ການ​ຫ້າມ​ໃຊ້ລະ​ເບີດ​ລູກ​ຫວ່ານ​ໃນ​ວັນ​ທີ 31 ກໍ​ລະ​ກົດ​ນີ້​ໄດ້​ຍົກ​ໃຫ້​ເຫັນ​ວ່າ:ປີ 2008, ລາວ​ເປັນ​ປະ​ເທດ​ທີ​ສອງ​ທີ່​ລົງ​ນາມ​ໃນ​ສັນ​ຍາ​ດັ່ງ​ກ່າວ​ຖັດ​ຈາກ​ນັອກ​ແວ ແລະ​ສັນ​ຍາ​ດັ່ງ​ກ່າວ​ ​ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການໃນ​ວັນ​ທີ 1 ສິງ​ຫາ 2010 ​ແລະ​ການ​ທີ່ລາວ​ຈັດ​ກິດ​ຈະ​ກຳ​ລະ​ນຶກວັນ​ເຫດ​ການ​ດັ່ງ​ກ່າວ​ກໍ​ເພື່ອ​ເປັນ​ການ​ຫວນ​ຄືນ​ປະ​ຫວັດ​ສາດ​​ທີ່ແສນ​​ທຸກທໍ​ລະ​ມານ​ກ່ຽວ​ກັບ​ລະ​ເບີດ​ບໍ່​ທັນ​ແຕກ​​ຢູ່​ປະ​ເທດ​ຕົນ.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ການ​ພັດ​ທະ​ນາຫຼືUNDP​ໄດ້​ຮ່ວມ​ກັບ​ລັດ​ຖະ​ບານ​ລາວ​ ​ຕັ້ງ​ເປົ້າ​ໝາຍ​ໄລ​ຍະ​ຍາວ​ເພື່ອ​ລົບ​ລ້າງ​ຜົນ​ສະ​ທ້ອນ​ຂອງ​ລະ​ເບີດ​ບໍ່​ທັນ​ແຕກ​ໂດຍ​ໃນບົດ​ລາຍ​ງານ​ຂອງUNDPລະ​ບຸ​ວ່າ, ຈາກ​ການ​ສະ​ໜັບ​ສະ​ໜູນ​​ຂອງປະ​ຊາ​ຄົມ​ໂລກ, ​ອົງ​ການ​ເກັບກູ້​ລະ​ເບີດ​ບໍ່​ທັນ​ແຕກ​ຂອງ​ລາວ​ສາ​ມາດ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກຕ່າງໆໄດ້ 1 ລ້ານ 8 ແສນກວ່າ​ໜ່ວຍພາຍ​ໃນ​ເວ​ລາ 20 ປີ​ຜ່ານ​ມາ.

ໃນ​ສະ​ໄໝ​ສົງ​ຄາມ​​ຕໍ່​ຕ້ານ​ອາ​ເມ​ລິ​ກາ, ອາ​ເມ​ລິ​ກາ​ໄດ້​ຖິ້ມ​ລະ​ເບີດ​ໃສ່​ປະ​ເທດ​ລາວ​ເຖິງ 2 ລ້ານກວ່າ​ໂຕນ ​ໃນ​ນີ້​ມີ​ລ​ະ​ເບີດ​ລູກ​ຫວ່ານ​​ເປັນຈຳ​ນວນຫຼາຍ ​ແລະ​ກໍ​ໃນ​ຈຳ​ນວນ​ນີ້​ມີ​ປະ​ມານ 30% ບໍ່​ທັນ​ແຕກ​ເທື່ອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ