ໄທ​ຈັດ​ກິດ​ຈະ​ກຳ "​ແມ່ຍິງ​ທ່ຽວໄທ"
2017-08-02 10:57:06  cri 
ງານ​ລ້ຽງ​ອາ​ຫານ​ຄ່ຳ "​​ແມ່ຍິງ​ທ່ຽວໄທ2017" ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ບາງກອກ​ປະ​ເທດ​ດັ່ງ​ກ່າວ​ໃນ​ວັນ​ທີ 1 ສິງ​ຫາ​ນີ້​​ໂດຍອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ໄດ້​​ເຊີນ​ແມ່​ຍິງ​​ທີ່​ມີຊື່​ສຽງໃນ​ທົ່ວ​ໂລກ​ມາ​ທ່ຽວ​ປະ​ເທດ​ຕົນ​ຊົມທິວ​ທັດ​ທີ່​ສວຍ​ສົດ​ງົດ​ງາມ ທັງ​ສຳ​ຜັດ ​ກັບ​ຜະ​ລິດ​ຕະ​ພັນ​ແລະ​ການ​ບໍ​ລິ​ການ​ທ່ອງ​ທ່ຽວ​ທີ່​ສ້າງ​ຂຶ້ນສະ​ເພາະ​​ຂອງ​ແມ່​ຍິງ​ຕົວ​ຈິງ.

ທ່ານ​ຍຸດ​ທະ​ສັກ ຫົວ​ໜ້າ​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ຢື​ນ​ຢັນ​ວ່າ ການ​ຈັດ​ກິດ​ຈະ​ກຳ​ຕ່າງໆ​ໃນ​ຫົວ​ຂໍ້"​ແມ່ຍິງ​ທ່ຽວໄທ2017"​ກໍ​ເພື່ອ​ສົ່ງ​ເສີມ ​ພັດ​ທະ​ນາ​ຕະຫຼາດ​ ​ທ່ອງ​ທ່ຽວ​ແມ່ຍິງ ແລະ​ອົງ​ກ​ານ​ຕົນ​ໄດ້​ກຳ​ນົດ​ເອົາ​ເດືອນ​ສິງ​ຫາ​ນີ້​ເປັນ​ເດືອນ​ທ່ອງ​ທ່ຽວ​ສຳ​ລັບ​​ແມ່ຍິງ​ໂດຍ​ໄດ້​ຮ່ວມ​ມື​ກັບ​800ກວ່າບໍ​ລິ​ສັດ​ດ້ວຍການ​ຫຼຸດ​ລາ​ຄາ​ໃຫ້​ບັນ​ດາ​ນັກ​ທ່ອງ​ທ່ຽວ​ແມ່​ຍິງ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ.

ຂ່າວ​ແຈ້ງວ່າ: ຊຸມ​ປີ​ມໍ່ໆ​ມາ​ນີ້, ກຸ່ມ​ນັກ​ທ່ອງ​ທ່ຽວ​ແມ່​ຍິງ​ໄດ້​ຄ່ອຍໆ​ກາຍ​ເປັນ​ກຸ່ມ​ຄົນ​ໃຊ້​ຈ່າຍ​ສູງ​ໃນ​ຕະຫຼາດ​ທ່ອງ​ທ່ຽວ​ໄທ,ສຳ​ລັບ​ເທື່ອ​ນີ້​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ໄດ້​ເຊີນ​ແມ່ຍິງ​​ທີ່​ມີ​ຊື່​ສຽງຈາກ​ແຫ່ງ​ຕ່າງໆ​ທົ່​ວ​ໂລກ​ມາ​ສຳ​ຜັດ​ກັບ​ການ​ທ່ອງ​ທ່ຽວ​ກໍ​ຫວັງ​ນຳ​ໃຊ້​ຊື່​ສຽງ​ຂອງ​ເຂົາ​ເຈົ້າ​ເພື່ອ​​ເຮັດໃຫ້​ພາຍນອກ​ໄດ້​ຮູ້​​ແລະ​ເຂົ້າ​ໃຈ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ຂອງ​ໄທ​ທີ່​ເໝາະ​ກັບ​ນັກ​ທ່ອງ​ທ່ຽວ​ແມ່​ຍິງ​ແລະ​ເພື່ອ​ສົ່ງ​ເສີມ​ໃຫ້​ນັກ​ທ່ອງ​ທ່ຽວ​​ແມ່ຍິງ​ມາ​ທ່ຽວ​ໄທເພີ່ມຂຶ້ນ​ຢ່າງ​ຕໍ່​ເນື່ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ