ຈີນ​-ລາວ​ຮ່ວມ​ສະຫຼອງວັນສ້າງກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ຄົບ​ຮອບ 90 ປີ​
2017-08-02 15:45:44  cri 

​ຄະ​ນະ​ເສ​ນາ​ຮັກ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນຈາກ​ໂຄງ​ການ "ຂະ​ບວນ​ລົດ​ໄຟ​ສັນ​ຕິ​ພາບ"​ໄດ້​ຮ່ວມ​ກັບ​ນາຍ​ແລະ​ພົນ​ທະ​ຫານ​​ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງຫຼວງ​ນ້ຳ​ທາ​ສະ​ເຫຼີມ​ສະຫຼອງວັນສ້າງ​ຕັ້ງ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນຄົບ​ຮອບ 90 ປີ​ຢ່າງ​ຄຶກ​ຄື້ນ​ດ້ວຍ​ການ​ຈັດ​ກິດ​ຈະ​ກຳ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ,ການ​ສະ​ແດງ​ສິ​ລະ​ປະ​ວັນ​ນະ​ຄະ​ດີ, ​ແຂ່ງ​ຂັນກິ​ລາ​ແລະ​ອື່ນໆ​ລະ​ຫວ່າງວັນ​ທີ 31 ກໍ​ລະ​ກົດ​ຫາ​ວັນ​ທີ 1 ສິງ​ຫາ​ນີ້.

ຕອນ​ບ່າຍ​ວັນ​ທີ 31 ກໍ​ລະ​ກົດ​ຜ່ານ​ມາ, ຫຼັງ​ສຳ​ເລັດ​ການ​ປະ​ຕິ​ບັດ​ໜ້າ​ທີ່ກວດ​​ແລະ​ປິ່ນ​ປົວສຸ​ຂະ​ພາບ​ໄດ້​ 458 ເທື່ອ​ຄົນ​ແລ້ວ, ແພດ​ຈີນ​​ໜ່ວຍ​ທີ 1 ປະ​ກອບ​ດ້ວຍ 60 ຄົນ​ໄດ້​ຮ່ວມ​ກັບນາຍ​ແລະ​ພົນ​ທະ​ຫານ​ແຂວງຫຼວງ​ນ້ຳ​ທາ 52 ຄົນ​ຈັດ​ງານ​​ລ້ຽງສັງ​ສັນ​​ເພື່ອ​ມິດ​ຕະ​ພາບ​ຢູ່​ຮ້ານ​ອາ​ຫານ​ຂອງທະ​ຫານ​ແຂວງ​ດັ່ງ​ກ່າວ ໂດຍ​ນາຍ​ແລະ​ພົນ​ທະ​ຫານ​​ທັງສອງກອງ​ທັບ​ໄດ້​ພ້ອມ​ກັນ​ໃຊ້​ຟອຍ​ຂຽນ​ຄຳ​ອວຍ​ພອນ​ອັນ​ປະ​ເສີດ​ເພື່ອ​ສະຫຼອງ​ວັນ​ສ້າງ​ຕັ້ງ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ທັງ​ເປັນ​ການ​ເພີ່ມ​ທະ​ວີ​ມິດ​ຕະ​ພາບ​ຈີນ-ລາວ​ອີກ​ດ້ວຍ.

ຕອນ​ເຊົ້າ​ວັນ​ທີ 1 ສິງ​ຫາ​ນີ້, ​ນາຍ​ແລະ​ພົນ​ທະ​ຫານສອງ​ຝ່າຍ​ຍັງ​ໄດ້​​ແຂ່ງ​ຂັນ​ກິ​ລາ​​ມິດ​ຕະ​ພາບ​ຢ່າງມ່ວນ​ຊື່ນ​ປະ​ທັບ​ໃຈ. ຫຼັງ​ຈາກ​ນັ້ນ, ​ຜູ້​ຮັບ​ຜິດ​ຊອບ​ການ​ເມືອງ​ຂອງ​ທະ​ຫານ​ແຂວງຫຼວງ​ນ້ຳ​ທາ​​ກໍ​ໄດ້ກ່າວ​ວ່າ: ສຸ​ຂະ​ພາບ​ທີ່​ເຂັ້ມ​ແຂງ​ເປັນ​ພື້ນ​ຖານ​ໃນ​ການ​ກໍ່​ສ້າງກອງ​ທັບ ແລະ​ຫວັງ​ວ່າ​ທັງ​ສອງກອງ​ທັບ​ລາວ-ຈີນ​ຍ່ອມ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ,​ສຸມ​ທຸກຄວາມ​ພະ​ຍາ​ຍາມແລະ​ຮ່ວມ​ມື​ກັນ​ຢ່າງ​​ບໍ່​ລົດ​ລະ​ເພື່ອ​ສ້າງ​ອະ​ນາ​ຄົດ​​ຂອງ​ສອງກອງ​ທັບ​ໃຫ້​ດີ​ງາມກວ່າ​ເກົ່າ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ