ກຸ່ມ​ພັນ​ທະ​ມິດ​ທີ່​ນຳ​ໂດຍອາ​ເມ​ລິ​ກາ​​ໂຈມ​ຕີ​ຊີ​ຣີ​ທາງ​ອາ​ກາດ ເຮັດ​ໃຫ້​ປະ​ຊາ​ຊົນເສຍ​ຊີ​ວິດ 60 ຄົນ​ເສຍ​ຊີ​ວິດ
2017-08-02 11:14:10  cri 
ສື່ມວນ​ຊົນ​ຊີ​ຣີ​ລາຍ​ງານ​ໃນ​ວັນ​ທີ 1 ສິງ​ຫາ​ນີ້​ວ່າ: ກຸ່ມ​ພັນ​ທະ​ມິດ​ທີ່​ນຳ​ໂດຍ​ອາ​ເມ​ລິ​ກາ​ໄດ້​ໂຈມ​ຕີ​ທາງ​ອາ​ກາດ​ເຂດ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ຕົນ​ເປັນ​ເວ​ລາຫຼາຍ​ຊົ່ວ​ໂມງ​ຜ່ານ​ມາ ສົ່ງ​ຜົນ​ເຮັດ​ໃຫ້​ປະ​ຊາ​ຊົນເສຍ​ຊີ​ວິດ 60 ຄົນ​.

ຂ່າວ​ແຈ້ງວ່າ: ກຸ່ມ​ພັນ​ທະ​ມິດ​ໄດ້​ໂຈມ​ຕີ​ທາງ​ອາ​ກາດ​ໃສ່ຫຼາຍ​ບ້ານ​ຢູ່​ເຂດ​ພາກ​ຕາ​ເວັນ​ອອກ​ແຂວງ​ເດວ​ອິ​ສ​ໂຈ​ທາງ​ພາກ​ຕາ​ເວັນ​ອອກ​ຊີ​ຣີ ສົ່ງ​ຜົນ​ເຮັດ​ໃຫ້​ປະ​ຊາ​ຊົນໂດຍ​ສະ​ເພາະ​ແມ່​ຍິງ​ແລະ​ເດັກ​ນ້ອຍເສຍ​ຊີ​ວິດ​ແລະ​ບາດ​ເຈັບ​ເປັນຈຳ​ນວນ​​ຫຼາຍ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຊີ​ຣີ​ໄດ້​ສົ່ງ​ຈົດ​ໝາຍ​ເຖິງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະ​ປະ​ທານ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ໃນ​ວັນ​ທີ 30 ກໍ​ລະ​ກົດ​ຜ່ານ​ມາ ໂດຍ​ກ່າວ​ປະ​ນາມ​ກຸ່ມ​ພັນ​ທະ​ມິດ​ທີ່​ນຳ​ໂດຍ​ອາ​ເມ​ລິ​ກາ​ໂຈມ​ຕີ​ດັ່ງ​ກ່າວ ສົ່ງ​ຜົນ​ເຮັດ​ໃຫ້ປະ​ຊາ​ຊົນ​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ ຈາກ​ນີ້​ຈຶ່ງຮຽກ​ຮ້ອງ​ໃຫ້​ຍຸບ​ກຸ່ມ​ດັ່ງ​ກ່າວ. ກະ​ຊວງ​ການ​ຕ່າງ​ປະ​ເທດ​ຊີ​ຣີ​ເປີດ​ເຜີຍວ່າ: ພຽງ​ແຕ່ເດືອນ​ກໍ​ລະ​ກົດ​ເດືອນ​ດຽວ, ກຸ່ມ​ພັນ​ທະ​ມິດ​ໄດ້​ໂຈມ​ຕີ​ແຂວງ​ເດວ​ອິ​ສ​ໂຈ​ພາກ​ຕາ​ເວັນ​ອອກແລະ​ແຂວງ​ໂອ ຮາ​ຊາ​ຄາ ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຊີ​ຣີທາງ​ອາ​ກາດ​ເຖິງ 7ເທື່ອ ສົ່ງ​ຜົນ​ເຮັດ​ໃຫ້​​ປະ​ຊາ​ຊົນ​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ​ເປັນ​ຈຳ​ນວນ​ຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ