ຈີນ​ລົງ​ທຶນ​ຕົວ​ຈິງຢູ່​ອິນ​ໂດ​ເນ​ເຊຍ​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ
2017-08-02 15:50:06  cri 
ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ​ການ​ລົງ​ທຶນ​ອິນ​ໂດ​ເນ​ເຊຍ​ເປີດ​ເຜີຍ​ສະ​ຖິ​ຕິ​ຫຼ້າ​ສຸດ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ 6 ເດືອນ​ຕົ້ນ​ປີ​ນີ້, ອັດ​ຕາ​ລົງ​ທຶນ​ຕົວ​ຈິງ​ຂອງ​ຈີນ​​ຢູ່​ປະ​ເທດ​ຕົນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ໂດຍ​ບັນ​ລຸ​ຍອດມູນ​ຄ່າ​ການ​ລົງ​ທຶນ​ເຖິງ 1 ຕື້ 960 ລ້ານ​ໂດ​ລາ​ສະ​ຫະ​ລັດ. ຂະ​ນະ​ທີ່ທ່າ​ນ​ ​ທອມ ເລັມ​ບົງ, ປະ​ທາ​ນ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ກໍ​ໄດ້​ກ່າວ​ວ່າ, ບໍ່​ວ່າ​ຈະ​ເປັນ​ຂະ​ໜາດ​ຫຼື​ຄຸນ​ນະ​ພາບ, ການ​ລົງ​ທຶນ​ຈາກ​ປະ​ເທດ​ຈີນ​ລ້ວນ​ແຕ່​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ.

ເນື່ອງ​ຈາກ​ການ​​ເຫັນ​ສະ​ພາບ​ການ​ລົງ​ທຶນ​​ທີ່​ສົດ​ໃສໃນ​ອະ​ນາ​ຄົດ, ແລະ​​ສະ​ຖາ​ບັນ​ຈັດ​ອັນ​ດັບ​ຄວາມ​ເຊື່ອມ​ໝັ້ນ​ການ​ລົງ​ທຶນສາ​ກົນ​ເຊັ່ນບໍລິສັດສະ​​ແຕນ​ດາດ ​ແອນ ພົວສ໌​ ​ແລະ​ອື່ນໆ​ໄດ້​ຍົກ​ລະ​ດັບ​ສິນ​ເຊື່ອ​ຂອງ​ໜີ້​ສິນ​ພາກ​ລັດ​ຂອງ​ອິນ​ໂດ​ເນ​ເຊຍ​ຂຶ້​ນ​ເປັນ​ລະ​ດັບ​ການ​ລົງ​ທຶນ​ນັ້ນ, ​ລັດ​ຖະ​ບານປະ​ເທດ​ດັ່ງ​ກ່າວ​ຈຶ່ງ​ໄດ້​ຕັ້ງ​ເປົ້າ​ອັດ​ຕາ​​ການເຕີບ​ໂຕ​ດ້ານ​ການ​ລົງ​ທຶນ​ໃນ​ປີ 2018 ເປັນ 17,2%, ໂດຍ​ຄາດ​ວ່າຈະ​ດຶງ​ດູດ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ໄດ້​ເຖິງ 60 ຕື້​ໂດ​ລາ​ສະ​ຫະ​ລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ