ໄຂກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ການ​ຄ້າ​ປະ​ເທດ​ບ​ຣິກ​ສ໌ ຄັ້ງ​ທີ 7
2017-08-02 16:09:19  cri 
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ການ​ຄ້າ​ຄັ້ງ​ທີ 7 ຂອງ​ປະ​ເທດ​ບ​ຣິກ​ສ໌ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ້​ໃນ​ວັນ​ທີ 1 ສິງ​ຫາ​ນີ້. ​ແລະໃນ​ຖາ​ນະ​ເປັນ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ການ​​ຄ້າຄັ້ງ​ທຳ​ອິດ​ຫຼັງ​ການ​ຮ່ວມ​ມື​ບ​ຣິ​ກ​ສ໌​ກ້າວ​ເຂົ້າ​ສູ່ "ສິບ​ປີ​ຄຳ" ຄັ້ງ​ທີ​ສອງ, ກອງ​ປະ​ຊຸມ​ເທື່ອ​ນີ້​ຈຶ່ງ​ເປັນ​ການ​ກະ​ກຽມ​​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ​ປະ​ເທດບ​ຣິກ​ສ໌​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ເຊ້ຍ​ເໝິນ​ໃນ​ເດືອນ​ໜ້າ.

ທ່ານ​ຈົ່ງ​ຊານ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ປະ​ເທດບ​ຣິກ​ສ໌​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ຕື່ມ​ອີກ, ​ທັງປັບ​ປຸງ​ກົນ​ໄກ​ຮ່ວມ​ມື​ໃຫ້​ສົມ​ບູນ​ຂຶ້ນ, ພັດ​ທະ​ນາ​ຂົງ​ເຂດ​ຮ່ວມ​ມື​ແລະ​ສ້າງ​ມາດ​ຕະ​ການ​ຮ່ວມ​ມື​ໃໝ່. ຂະ​ນະ​ດຽວ​ກັນ​ຄວນ​ສະ​ໜັບ​ສະ​ໜູນ​ການ​ຄ້າ​ຫຼາຍ​ຝ່າຍ, ຄັດ​ຄ້ານ​ລັດ​ທິ​ປົກ​ປ້ອງ​​ການ​ຄ້າ​ດ້ວຍ​ຮູບ​ການ​ຕ່າງໆ, ພັດ​ທະ​ນາ​ເສດ​ຖະ​ກິດ​ໂລກ​ແບບ​ເປີດ​ປະ​ຕູ, ​ແລະຮັກ​ສາ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຂອງ​ຕະ​ຫຼາດ​ທີ່​ພັດ​ທະ​ນາ​ໃໝ່​ແລະ​ປະ​ເທດ​ທີ່​ພວ​ມ​ພັດ​ທະ​ນາ.

​ກອງ​ປະ​ຊຸມ​ເທື່ອ​ນີ້, ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ການ​ຄ້າ​ຈີນ, ເບຼ​ຊິນ, ຣັດ​ເຊຍ, ອິນ​ເດຍ​ແລະ​ອາ​ຟຼິ​ກາ​ໃຕ້​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ລົງ​ທຶນ​ໃຫ້ສະ​ດວກກວ່າ​ເກົ່າ, ​ລວມ​ທັງຊຸກ​ຍູ້​​ສົ່ງ​ເສີມການ​ຄ້າ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເຕັກ​ນິກ​, ​ເສດ​ຖະ​ກິດ​ແລະ​ການ​ກໍ່​ສ້າງ​ຄວາມ​ສາ​ມາດ, ແລະ​ສະ​ໜັບ​ສະ​ໜູນ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ