ຖັງ​ອົກ​ຊິດລະ​ເບີດ​ຢູ່​ຈຸດກໍ່​ສ້າງ​ໂຮງ​​ງານໄຟ​ຟ້າ​ນ້ຳ​ຕົກ​ຂອງ​ລາວ
2017-08-02 16:25:35  cri 
    ໜັງ​ສື​ພິມ​ວຽງ​ຈັນທາມ​ສະ​ບັບ​ວັນ​ທີ 1 ສິງ​ຫານີ້ ລາຍ​ງານ​ວ່າ, ວັນ​ທີ 28 ກໍ​ລະ​ກົດ​ຜ່ານ​ມາ, ຖັງ​ອົກ​ຊິດ​ຄວາມ​ດັນ​ສູງ​ຖັງ​ໜຶ່ງ​ຢູ່​​ຈຸດກໍ່​ສ້າງ​ໂຮງ​​ງານໄຟ​ຟ້າ​ນ້ຳ​ຕົກນ້ຳ​ງຽບ 1 ໄດ້​ລະ​ເບີດ​ໃນ​ຂະ​ນະ​ຂົນ​ສົ່ງ ສົ່ງ​ຜົນ​ເຮັດ​ໃຫ້ 3 ຄົນ​ເສຍ​ຊີ​ວິດ​ຄາ​ທີ່ ແລະ​ອີກ 5 ຄົນ​ບາດ​ເຈັບ, ໃນ​ນັ້ນ 3 ຄົນ​ເສຍ​ຊີ​ວິດຫຼັງ​ສົ່ງ​ຮອດ​ໂຮງ​ໝໍ. 6 ຄົນ​ທີ່​ເສຍ​ຊີ​ວິດ​ລ້ວນ​ແຕ່​ແມ່ນ​ກຳ​ມະ​ກອນຫວຽດ​ນາມ​ທີ່​ເຮັດ​ວຽກ​ໃຫ້​ບໍ​ລິ​ສັດ​ຮັບ​ເໝົາ​ຂອງ​ຫວຽດ​ນາມ.

    ທ່ານ ໂຢ​ຊີ​ຮີ​ໂຣ ຢາ​ມາ​ບາ​ຢາ​ຊີ ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ພະ​ລັງ​ງານໄຟ​ຟ້າ​ນ້ຳ​ງຽບ 1 ໄດ້​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ເຫດ​ການ​ດັ່ງ​ກ່າວ ​ແລະ​ກ່າວ​ວ່າ: "ກອງ​ບັນ​ຊາ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຂວງ​ກຳ​ລັງ​ສືບ​ສວນ​ສາ​ເຫດ ແລະ​ກຳ​ມະ​ກອນກໍ່​ສ້າງ​​ກໍໄດ້​ເຊົາ​ເຮັດ​ວຽກ​ແລ້ວ."

    ໂຮງ​ງານ​ໄຟ​ຟ້າ​ນ້ຳ​ຕົກ​ນ້ຳ​ງຽບ 1 ຕັ້ງ​ຢູ່​ສາ​ຂາ​ແມ່​ນ້ຳ​ຂອງ ໂດຍ​ມີ​ກຳ​ລັງ​ຕິດ​ຕັ້ງ 29 ເມ​ກາ​ວັດ ແລະ​ຄາດ​ວ່າ​ຈະ​ສຳ​ເລັດ​ການກໍ່​ສ້າງ​ໃນ​ເດືອນ​ສິງ​ຫາ​ປີ​ໜ້າ ແລະ​ເລີ່ມ​ຜະ​ລິດ​ໄຟ​ຟ້າ​ໃນ​ທ້າຍ​ປີ​ໜ້າຫຼື​ຕົ້ນ​ປີ 2019. ໂຄງ​ການ​ດັ່ງ​ກ່າວ​ລົງ​ທຶນ, ກໍ່​ສ້າງ​ແລະດຳ​ເນີນ​ທຸ​ລະ​ກິດ​ໂດຍ​ບໍ​ລິ​ສັດ​ພະ​ລັງ​ງານ​ໄຟ​ຟ້າ​ນ້ຳ​ງຽບ 1 ທີ່​ຮ່ວມ​ທຶນ​ໂດຍ​ບໍ​ລິ​ສັດ​ພະ​ລັງ​ໄຟ​ຟ້າ​ກັນ​ຊາ​ອີ​ຍີ່​ປຸ່ນ, ບໍ​ລິ​ສັດ​ຂອງ​ໄທ​ແລະ​ລາວ​ໃນ​ປີ 2013.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ