ເປີດ​ບໍ​ລິ​ການ​ທາງ​ດ່ວນ​ຢູ່​ເຂດ​ດິນ​ນ້ຳ​ກ້ອນ​​ທີ່ສູງ​ຈາກ​ລະ​ດັບ​ໜ້າ​ນ້ຳ​ທະ​ເລ​ສາຍ​ທຳ​ອິດ​ຂອງ​ໂລກ
2017-08-02 16:29:18  cri 
    ທາງ​ດ່ວນ​ແຕ່ກົ້ງ​ເຮີ​ສູ່​ຢູ້​ຊູ້​ແຂວງ​ຊິ່ງ​ໄຫ ສ​ປ ຈີນ ເຊິ່ງ​ເປັນ​ທາງ​ດ່ວນ​ຢູ່​ເຂດ​ດິນ​ນ້ຳ​ກ້ອນຫຼາຍ​ປີ​ທີ່​ໜາວ​ແຮງແລະ​ສູງ​ຈາກ​ລະ​ດັບ​ໜ້າ​ນ້ຳ​ທະ​ເລ​ສາຍ​ທຳ​ອິດ​ຂອງ​ໂລກ ໄດ້​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 1 ສິງ​ຫານີ້ ຫຼັງ​ກໍ່​ສ້າງ​ມາ​ເປັນ​ເວ​ລາເກືອບ 7 ປີ.

    ທາງ​ດ່ວນ​ສາຍນີ້ ເປັນ​ທາງ​ດ່ວນ​ສາຍ​ທຳ​ອິດ​ທີ່​ສ້າງ​ຢູ່​ເຂດ​ດິນ​ນ້ຳ​ກ້ອນຫຼາຍ​ປີ​ຂອງ​ພູ​ພຽງ​ຊິ່ງ​ໄຫ​ຕິ​ເບດ ​ທັງຍັງ​ສູງ​ຈາກ​ລະ​ດັບ​ໜ້າ​ນ້ຳ​ທະ​ເລ​ ແລະ​ຜ່ານ​ເຂດ​ໜາວ​ແຮງ ໂດຍ​ທັງ​ສາຍ​ຜ່ານ​ເຂດ​ດິນ​ນ້ຳ​ກ້ອນ, ໃນ​ນັ້ນ ໄລ​ຍະ​ທາງ​ທີ່​ຜ່ານ​ເຂດ​ດິນ​ນ້ຳ​ກ້ອນຫຼາຍ​ປີ​ນັ້ນ ມີ​ຄວາມ​ຍາວ​ເຖິງ 227 ກິ​ໂລ​ແມັດ ກວມ 36% ຂອງ​ໄລ​ຍະ​ທາງ​ທັງ​ໝົດ. ການ​ສ້າງ​ພື້ນ​ທາງ, ອຸ​ໂມງ ແລະ​ຂົວ​ຢູ່​ເຂດ​ດິນ​ນ້ຳ​ກ້ອນຫຼາຍ​ປີນັ້ນ ຈະ​ເຮັດ​ໃຫ້​ດິນ​ນ້ຳ​ກ້ອນ​ລະ​ລາຍ ເຊິ່ງ​ເປັນ​ບັນ​ຫາ​ທີ່ຫຼີກ​ບໍ່​ໄດ້ ແລະ​ເປັນ​ການ​ສ້າງ​ເສັ້ນ​ທາງ​​ແບບນີ້​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ຢູ່​ຈີນ​​ລວມ​ທັງ​ໃນ​ໂລກ, ແຕ່ສະ​ຖາ​ບັນ​ສຳຫຼວດ​ແລະ​ອອກ​ແບບ​ທາງ​ຫຼວງ​ທີ​ໜຶ່ງ​ຂອງ​ບໍ​ລິ​ສັດ​ຫຸ້ນ​ສ່ວນກໍ່​ສ້າງ​ຄົມ​ມະ​ນາ​ຄົມ​ຈີນ​ຈຳ​ກັດ ທີ່​ຮັບ​ຜິດ​ຊອບ​ການ​ອອກ​ແບບ​ລວມ​ໂຄງ​ການ​ດັ່ງ​ກ່າວ ໄດ້​ອີງ​ໃສ່​ຜົນ​ການ​ຄົ້ນ​ຄວ້າ​ດິນ​ນ້ຳ​ກ້ອນ​ມາ​ເປັນ​ເວ​ລາ 40 ປີ ດຳ​ເນີນ​ການ​ແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ດ້ານ​ເຕັກ​ນິກ​ຈຳ​ນວນ​ໜຶ່ງ ແລະ​ເປັນ​ໄປ​ຕາມຫຼັກວິ​ທະ​ຍາ​ສາດໃນ​ການ​ປ້ອງ​ກັນ​ບໍ່​ໃຫ້​ດິ​ນ​ນ້ຳ​ກ້ອນ​ລະ​ລາຍ. ຈາກນັ້ນ​ຈຶ່ງ​ໄດ້​ດຳ​ເນີນ​ການກໍ່​ສ້າງ​ຢ່າງ​ວ່ອງ​ໄວແລະເປັນ​ຮູບ​ປະ​ທຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ