ທ່ານ​ນາງ​ຍິ່ງ​ລັກ​ປະ​ຕິ​ເສດ​ທຸກ​ຂໍ້​ກ່າວ​ຫາ​ໃນ​ຄະ​ດີ​ຮັບ​ຈຳ​ນຳ​ເຂົ້າ​
2017-08-02 16:30:46  cri 
    ທ່ານ​ນາງ ຍິ່ງ​ລັກ ຊິນ​ນະ​ວັດ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ໄດ້​ຖະ​ແຫຼງ​ປິດຄະ​ດີ​ຮັບ​ຈຳເຂົ້າ​ຢູ່​ສານ​ດີ​ກາ​ພະ​ແນກ​ຄະ​ດີ​ອາ​ຍາ​ຂອງ​ຜູ້​ດຳ​ລົງ​ຕຳ​ແໜ່ງ​ທາງ​ການ​ເມືອງ​ໃນ​ວັນ​ທີ 1 ສິງ​ຫານີ້ ໂດຍ​ກ່າວ​ວ່າ ຕົນ​ເອງ​ເປັນ​ເຫຍື່ອ​ຈາກ​ເກມ​ການ​ເມືອງ ແລະ​ໄດ້​ປະ​ຕິ​ເສດ​ທຸກ​ຂໍ້​ກ່າວຫາ​ຂອງ​ໄອ​ຍະ​ການ.

    ທ່ານ​ນາງ ຍິ່ງ​ລັກ ເນັ້ນ​ວ່າ, ໂຄງ​ການ​ຮັບ​ຈຳ​ນຳ​ເຂົ້າ ແມ່ນ​ນະ​ໂຍ​ບາຍຂອງ​ລັດ​ຖະ​ບານ​ທີ່ໄດ້​ລາຍ​ງານ​ຕໍ່​ລັດ​ຖະ​ສະ​ພາ, ແຕ່​ປັດ​ຈຸ​ບັນ, ​ໄອ​ຍະ​ການ​ໄດ້​ຖິ້ມ​ໂທດ​ທັງ​ໝົດ​ໃຫ້​ຕົນ​​ຜູ້​ດຽວ ເຊິ່ງ​ເປັນ​ການ​ລະ​ເມີດ​ລັດ​ຖະ​ທຳ​ມະ​ນູນ​ທີ່​ຮຽກ​ຮ້ອງ​ໃຫ້​ຄະ​ນະ​ລັດ​ຖະ​ບານ​ແບກ​ຫາບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຮ່ວມ. ພ້ອມ​ດຽວ​ກັນ​ນັ້ນ, ໃນ​ໄລ​ຍະ​ດຳ​ເນີນ​ຄະ​ດີ, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງກໍ​ບໍ່​ມີ​ຄວາມ​ຍຸ​ຕິ​ທຳ, ​ແລະສົງ​ໄສວ່າ​​ເປັນ​ການປັ້ນ​ແຕ່ງຫຼັກ​ຖານ. ນອກນັ້ນ ທ່ານ​ນາງ ຍິ່ງ​ລັ​ກ ຍັງ​ໄດ້​ຕອບ​ໂຕ້​ຂໍ້​ຫາ​ລະ​​ເລີຍ​ໜ້າ​ທີ່, ປ່ອຍ​​ໃຫ້​ເກີດ​ການ​ຂໍ້​ລາດ​ບັງຫຼວງ ແລະ​ອື່ນໆ.

    ສານ​ດັ່ງ​ກ່າວ ໄດ້​ປະ​ຕິ​ເສດ​ທ່ານ​ນາງ​ຍິ່ງ​ລັກ​ທີ່​ຮ້ອງ​ຂໃຫ້​ມອບ​ຄະ​ດີນີ້​ໃຫ້​ສານ​ລັດ​ຖະ​ທຳ​ມະ​ນູນ​ຕັດ​ສິນອີກ​ເທື່ອ​ໜຶ່ງ ແລະ​​ໄດ້ຕົກ​ລົງ​ທີ່​ຈະ​ປະ​ກາດ​ຜົນ​ການ​ຕັດ​ສິນ​ຄະ​ດີນີ້​ໃນ​ວັນ​ທີ 25 ສິງ​ຫານີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ