ຍານ​ອະ​ວະ​ກາດ​ "ທ່ຽນ​ໂຈ່ວ1" ປ່ອຍ​ດາວ​ທຽມ​ນ້ອຍ​ຢ່າງ​ສຳ​ເລັດ​ຜົນ
2017-08-03 11:03:26  cri 
ສະ​ຖາ​ບັນ​ເລກ 5 ຂອງ​ກຸ່ມ​ບໍ​ລິ​ສັດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ການ​ບິນ​ອະ​ວະ​ກາດ​ຈີນ​​ເປີດ​ເຜີຍວ່າ: ວັນ​ທີ 1 ສິງ​ຫາ​ນີ້, ຍານ​ອະ​ວະ​ກາດ​ຂົນ​ສົ່ງ​ສິນ​ຄ້າ "ທ່ຽນ​​ໂຈ່ວ1"​ຂອງ​ຈີນ​ໄດ້​ປ່ອຍ​ດາວ​ທຽມ​ນ້ອຍ​ໜ່ວຍ​ໜຶ່ງ​ຂະ​ນະ​ທີ່​ບິນຢູ່ວົງ​ໂຄ​ຈອນ, ຫຼັງ​ຈາກ​ນັ້ນ ​ນັກ​ວິ​ຊາ​ການ​ກໍ​ສາ​ມາດ​ຈັບ​ສັນ​ຍານ​ໄດ້​ຈາກດາວ​ທຽ​ມ​ໜ່ວຍ​ນີ້​ໄດ້ທັນ​ທີ​ຢ່າງ​ສຳ​ເລັດ​ຜົນ.

​ນີ້​ເປັນການ​ທົດ​ລອງເປັນ​ເທື່ອ​ທຳ​ອິດ​ທີ່​ຈີນ​​ໃຊ້​ລະ​ບົບ​ຍານ​ອະ​ວະ​ກາດປ່ອຍ​ດາວ​ທຽມ​ນ້ອຍ​ຢູ່ວົງ​ໂຄ​ຈອນ ເຊິ່ງ​ໄດ້​ສ້າງ​ພື້ນ​ຖານ​ເຕັກ​ນິກ​ໃຫ້​ແກ່ສະ​ຖາ​ນີອະ​ວະ​ກາດ​ປະ​ຕິ​ບັດ​ການ​ປ່ອຍ​ດາວ​ທຽມ​ນາ​ໂນ(NanoSat)​ພ້ອມ​ດ້ວຍ​ການ​ບໍ​ລິ​ການ​ຕາມ​ວົງ​ໂຄ​ຈອນ​ໃນ​ອະ​ນາ​ຄົດ. ຂ່າວ​ແຈ້ງວ່າ: ດາວ​ທຽມ​ນ້ອຍ​ທີ່​ປ່ອຍ​ ເທື່ອ​ນີ້​ມີ​ໂຄງ​ປະ​ກອບ​ມາດ​ຕະ​ຖານ3U ເຊິ່ງ​ຖືກ​ຕິດ​ຕັ້ງ​ຢູ່​ໃນ​ເຄື່ອງ​ຍິງ​ດາວ​ທຽມ​ນ້ອຍ​ຕາມ​ວົງ​ໂຄ​ຈອນ ແລະ​ຖືກ​ປ່ອຍ​ຂຶ້ນ​ສູ່ອ​ະ​ວະ​ກາດ​ໄປ​ພ້ອມ​ກັບ​ຍານອ​ະ​ວະ​ກາດ"ທ່ຽນ​ໂຈ່ວ1"​ໃນ​ວັນ​ທີ 20 ເມ​ສາ​ປີ​ນີ້ໂດຍ​​ປ່ອຍໄວ້​ຢູ່​​ໃນວົງ​ໂຄ​ຈອນ​ມາ​ໄດ້ 104 ວັນ​ແລ້ວ ແລະ​ໜ້າ​ທີ່​ຕົ້ນ​ຕໍ​ຂອງ​ດາວ​ທຽມ​ໜ່ວຍ​ນີ້​ກໍ​ຄື​ປະ​ຕິ​ບັດ​ການ​ທົດ​ລອງ​ແລະ​ກວດ​ສອບ​ເຕັກ​ນິກ​ໃໝ່​ກ່ຽວ​ກັບ​ການ​ບິນ​ອະ​ວະ​ກາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ