ຈີນ​ເປີດ​ເຜີຍເອ​ກະ​ສານ​ຫຼັກ​ໝັ້ນ​ຕໍ່​ເຫດ​ການກອງ​ທະ​ຫານອິນ​ເດຍ​ຂ້າມ​ຊາຍ​ແດນ​ກໍເພື່ອ​ຮັກ​ສາ​ຄວາມ​ຍຸ​ຕິ​ທຳ​ແລະ​ຄວາມ​ຊອບ​ທຳ
2017-08-03 16:39:30  cri 
ວັນ​ທີ 2 ສິງ​ຫາ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເປີດ​ເຜີຍ​ເອ​ກະ​ສານ​​ຄວາມ​ຈິງ​ທີ່​ທະ​ຫານຊາຍ​ແດນ​​ອິນ​ເດຍ​ຂ້າມ​ຊາຍ​ແດນລ່ວງ​ເຂົ້າ​​ປະ​ເທດ​ຈີນ​ຢູ່​ຍ່ານ​ຊິກ​ຄິມ​ເຂດ​ຊາຍ​ແດນ​ລະ​ຫວ່າງ​ຈີນ-ອິນ​ເດຍ ແລະ​ຫຼັກ​ໝັ້ນ​ຕໍ່​ເຫດ​ການ​ດັ່ງ​ກ່າວ​ຂອງ​ຈີນ ກໍ​ເພື່ອ​ເປີດ​ເຜີຍ​ຄວາມ​ຈິງ​ທີ່​ທະ​ຫານ​ອິນ​ເດຍ​ຂ້າມ​ຊາຍ​ແດນ​ແລະ​ລ່ວງ​ເຂົ້າ​ແດນ​ຈີນ ແລະ​ອະ​ທິ​ບາຍ​ເຖິງ​ຫຼັກ​ໝັ້ນ​ຂອງ​ລັດ​ຖະ​ບານ​ຈີນ​ຢ່າງ​ຮອບ​ດ້ານ.

ເອ​ກະ​ສານ​ດັ່ງ​ກ່າວ​ຊີ້​ໃຫ້​ເຫັນ​ວ່າ: ວັນ​ທີ 18 ມິ​ຖຸ​ນາ​ຜ່ານ​ມາ, ​ທະ​ຫານຊາຍ​ແດນ​​ອິນ​ເດຍ​ໄດ້​ຂ້າມ​ຜ່ານ​ຍ່ານ​ຊິກ​ຄິມເຊິ່ງ​ເປັນ​ເຂດ​ຊາຍ​ແດນ​ລະ​ຫວ່າງ​ຈີນ-ອິນ​ເດຍ​ເຂົ້າ​ສູ່​ຈີນ ແລະມາ​ຮອດ​ປັດ​ຈຸ​ບັນ​​ກໍຍັງ​​ຄົງ​ຢູ່​​ແດນ​ຂອງ​ຈີນ​ຢ່າງ​ຜິດ​ກົດ​ໝາຍ​ ເຊິ່ງ​ຜ່ານ​ມາ,ຈີນ​ໄດ້​ສະ​ແດງ​​ຄວາມ​ອົດ​ກັ້ນສູງ​ທີ່​ສຸດ. ສ່ວນການ​ກະ​ທຳ​ຂອງ​ຝ່າຍ​ອິນ​ເດຍ​ໄດ້​ລະ​ເມີດ​​ສົນ​ທິສັນ​ຍາ​ປີ 1890 ແລະ​​ເອີ້ນຊາຍ​ແດນ​ສອງ​ປະ​ເທດ​ທີ່​ໄດ້​​ລະ​ບຸ​ໄວ້​ໃນ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ ທັງລະ​ເມີດ​ຫຼັກ​ການ​ພື້ນ​ຖານ​ຂອງ​ກົດ​ໝາຍ​ສາ​ກົນ​ແລະ​ຫຼັກ​ການ​ພື້ນ​ຖານ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຊາດ ເຊິ່ງ​ບໍ່​ມີປະ​ເທດ​ອະ​ທິ​ປະ​ໄຕ​ໃດໆ​ຈະ​ສາ​ມາດ​ອົດທົນໄດ້.

ທ່ານ ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ການ​ກະ​ທຳ​ຂອງ​ຈີນ​ ເພື່ອ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເໜືອ​ດິນ​ແດນ​ຂອງ​ປະ​ເທດ​ຕົນ ທັງເພື່ອ​​ຮັກ​ສາ​ຫຼັກ​ການພື້ນ​ຖານ​ຂອງ​ກົດ​ໝາຍ​ສາ​ກົນ​ແລະ​ຫຼັກ​ການ​ພື້ນ​ຖານ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຊາດ,ປົກ​ປັກ​ຮັກ​ສາ​ຄວາມ​ຍຸ​ຕິ​ທຳ​ແລະ​ຄວາມ​​ເປັນທຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ