ປະ​ຊາ​ຊົນທົ່​ວ​ໂລກ​ເກືອບ 40% ເຫັນ​ວ່າອາ​ເມ​ລິ​ກາ​ເປັນ​ໄພ​ຂົ່ມ​ຂູ່​ທີ່​ສຳ​ຄັນ​ແລະ​ໃຫຍ່​ຫຼວງ
2017-08-03 16:40:25  cri 
ວັນ​ທີ 1 ສິງ​ຫາ​ນີ້, ສູນ​ຄົ້ນ​ຄວ້າ​​ພາວຂອງ​ອາ​ເມ​ລິ​ກາ​ໄດ້​ເຜີ​ຍ​ແຜ່​ບົດ​ລາຍ​ງານ​ການ​ສຳ​ຫຼວດ​ຄວາມ​ເຫັນ​ສະ​ບັບ​ໜຶ່ງ ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ປະ​ຊາ​ຊົນ​ທົ່​ວ​ໂລກ 38% ເຫັນ​ວ່າ​ອາ​ເມ​ລິ​ກາ​ເປັນ​ໄພ​ຂົ່ມ​ຂູ່​ທີ່​ສຳ​ຄັນແລະ​ໃຫຍ່​ຫຼວງ​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ​ຕົນ,ສ່ວນ​​ການສຳ​ຫຼວດ​ທີ່​​ຄ້າຍ​ຄື​ກັນ​​ເມື່ອ​ປີ 2013 ມີ​ພຽງ​ແຕ່ 25% ເທົ່າ​ນັ້ນ. ຂະ​ນະ​ທີ່ 24% ເຫັນ​ວ່າ​ອາ​ເມ​ລິ​ກາ​ເປັນ​ໄພ​ຂົ່ມ​ຂູ່​​ທຳ​ມະ​ດາ​ແລະ 23% ເຫັນ​ວ່າ​ບໍ່​ເປັນ​ໄພ​ຂົ່ມ​ຂູ່.

ໃນ​ການ​ສຳ​ຫຼວດ​ຄວາມ​ເຫັນ​ໃນ 30 ປະ​ເທດ​ນັ້ນ, ມີ 21 ປະ​ເທດ​ວິ​ຕົກ​ຕໍ່​ໄພ​ຂົ່ມ​ຂູ່​ຂອງ​ອາ​ເມ​ລິ​ກາ​ຫຼາຍ​ຂຶ້ນ​ໃນ 4 ປີ​ຜ່ານ​ມາ, ຂະ​ນະ​ທີ່​ປະ​ຊາ​ຊົນ​ກຸ່ມ​ພັນ​ທະ​ມິດ​ອາ​ເມ​ລິ​ກາ​ເປັນ​ຈຳ​ນວນ​ຫຼາຍ​ຄິດ​ເປັນ​ປໍ​ລະ​ປັກ​ກັບ​ອາ​ເມ​ລິ​ກາ​ສູງ​ຂຶ້ນ ​ເປັນ​ຕົ້ນ​ຝ​ຣັ່ງ, ອົ​ສ​ຕ​ຣາ​ລີ, ເຢຍ​ລະ​ມັນ, ກາ​ນາ​ດາ, ຍີ່​ປຸ່ນ, ອັງ​ກິດ, ອິ​ສ​ຣາ​ແອນ ​ແລະ​ ສ.ເກົາ​ຫຼີ​, ໃນ​ນີ້ປະ​ຊາ​ຊົນ ສ.ເກົາ​ຫຼີ 70% ແລະ​ປະ​ຊາ​ຊົນ​ຍີ່​ປຸ່ນ 62% ເຫັນ​ວ່າ​ອາ​ເມ​ລິ​ກາ​ເປັນ​ໄພ​ຂົ່ມ​ຂູ່​ທີ່​ສຳ​ຄັນ​ແລະ​ໃຫຍ່​ຫຼວງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ