ໄຂກອງ​ປະ​ຊຸມ​ຕ່າງໆ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​​ອາ​ຊຽນ​ຄັ້ງ​ທີ 50 ​ຢູ່​ມ​ະ​ນີ​ລາ
2017-08-03 14:42:09  cri 
ກອງ​ປະ​ຊຸມ​ຕ່າງໆ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​​ອາ​ຊຽນ​ຄັ້ງ​ທີ 50 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​​ມະ​ນີ​ລາ​ປະ​ເທດ​ຟີ​ລິບ​ປີນ​ເຊິ່ງ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​​ອາ​ຊຽນໃນ​ວັນ​ທີ 2 ສິງ​ຫາ​ນີ້, ໂດຍ​ເນັ້ນ​ຫົວ​ຂໍ້​ "ກ​ານ​ຮ່ວມ​ມື​ຊຸກ​ຍູ້​ການ​ປ່ຽນ​ແປງ​ແລະ​ເຊື່ອມ​ຈອດ​ກັບ​ໂລກ", ​ແລະ​ຈະ​ດຳ​ເນີນ​ເປັ​ນ​ເວ​ລາ 7 ວັນ, ໃນ​ໄລ​ຍະ​ນີ້​ຈະ​ຈັດ​ກອງ​ປະ​ຊຸມ​ແລະ​​ກິດ​ຈະ​ກຳ​ຕ່າງໆ​ປະ​ມານ 40 ​ຄັ້ງ​ໂດຍ​ມີ, ລັດ​ຖ​ະ​ມົນ​ຕີ​​ກະ​ຊວງການ​ຕ່າງ​ 27 ທ່ານຂອງ​ປະ​ເທດ​ອາ​ຊຽນ​ແລະ​ປະ​ເທດ​ທີ່​ກ່ຽວ​ຂ້ອ​ງ​​ເຂົ້າຮ່ວມ​.

ທ່ານ​ອາ​ລັນ ປີ​ເຕີ ຄາ​ເຢ​ທະ​ໂນ ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປີນ​ຈະ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຂອງກອງ​ປະ​ຊຸມ​ລັດ​ຖະ​ມົ​ນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ຄັ້ງ​ນີ້, ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ແລະ​ການ​ພົບ​ປະ​​ຕ່າງໆ. ພາຍ​ໃຕ້​ຫົວ​ຂໍ້ "ກ​ານ​ຮ່ວມ​ມື​ຊຸກ​ຍູ້​ການ​ປ່ຽນແປງ​ແລະ​ເຊື່ອມ​ຈອດ​ກັບ​ໂລກ", ​ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈະ​ຫວນ​ຄືນ​ຂະ​ບວນ​ການ​ກໍ່​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ແລ​ະ​ທິດ​ທາງ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ, ແລະ​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລັ່ງ​ດ່ວນ​ກ່ຽວ​ກັບ​ບັນ​ຫາ​ພາກ​ພື້ນ​ແລະ​ສາ​ກົນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ