ທ່ານ​ຫວາງ​ຢີ້​ຈະ​ເຂົ້າ​ຮ່ວມ​ສະ​ເຫຼີມ​ສະ​ຫຼອງ​ວັນສ້າງ​ຕັ້ງ​ອາ​ຊຽນ​ຄົບ​ຮອບ 50 ປີ
2017-08-03 15:20:59  cri 
 ຕາມ​ຂ່າວ CRI: ທ່ານ​ເກິງ​ສວນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 3 ສິງ​ຫາ​ນີ້​ວ່າ, ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ອາ​ລັນ ປີ​ເຕີ ຄາ​ເຢ​ທະ​ໂນ ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປີນ​ເຊິ່ງ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ອາ​​ຊຽນ, ທ່ານ​ຫວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ອາ​ຊຽນ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ຊຽນ ຈີນ ຍີ່​ປຸ່ນ​ແລະ​ສ​ເກົາ​ຫຼີ, ກອງ​ປະ​ຊຸມລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ພາກ​ພື້ນ​ອາ​ຊຽ​ນ​ແລະ​​ການ​ສະ​ເຫຼີມ​ສະ​ຫຼອງວັນສ້າງ​ຕັ້ງ​ອາ​ຊຽນ​ຄົບ​ຮອບ 50 ປີ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ມະ​ນີ​ລາແຕ່​ວັນ​ທີ 6 ຫາ​ວັນ​ທີ 8 ສິງ​ຫາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ