ລາວ​ເປີດສູນ​ອົບ​ຮົມ​ເຕັກ​ນິກ​ການ​ແພດ​ກອງ​ທັບ​ແຫ່ງ​ທຳ​ອິດ
2017-08-03 16:52:52  cri 

ພິ​ທີ​ເປີດສູນ​ອົບ​ຮົມ​ເຕັກ​ນິກ​ການ​ແພດ​ຂອງ​ໂຮງ​ໝໍ​ 103 ທີ່ໂຮງ​ໝໍ​ຄຸນ​ມິງກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນຊ່ວຍ​ກໍ່​ສ້າງ​ນັ້ນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງວຽງ​ຈັນ​ໃນ​ຕອນ​ບ່າຍ​ວັນ​ທີ 2 ສິງ​ຫາ​ນີ້ ເຊິ່ງ​ເປັນ​ສູນ​​ທຳ​ອິດໃນ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ຂອງກອງ​ທັບ​ປະ​ຊາ​ຊົນ​ລາວ.

ຄະ​ນະ​ເສ​ນາ​ຮັກ​ໜ່ວຍ 2 ໃນ​ໂຄງ​ການ "ຂະ​ບວນ​ລົດ​ໄຟ​ສັນ​ຕິ​ພາບ"ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ໄດ້​ເດີນ​ທາງ​ເຖິງ​ນະ​ຄອນຫຼວງວຽງ​ຈັນ​ແລະ​ປະ​ຕິ​ບັດ​ໜ້າ​ທີ່​ບໍ​ລິ​ການ​ປິ່ນ​ປົວ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 25 ກໍ​ລະ​ກົດ​ຜ່ານ​ມາ. ເນື່ອງ​ຈາກ​ຜ່ານ​ມາ ໂຮງ​ໝໍ103 ບໍ່​ມີ​ສູນ​ອົບ​ຮົມ​ເຕັກ​ນິກ​ການ​ແພດ​ສະ​ເພາະ​, ຄະ​ນະ​ເສ​ນາ​ຮັກ​ໜ່ວຍ 2 ຈິ່ງ​ຕັດ​ສິນ​​ໃຈຊ່ວຍ​ສ້າງ​ສູນ​ອົບ​ຮົມ​ເຕັກ​ນິກ​ການ​ແພດ​​ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່ການ​ຮຽນ​ການ​ສອນ,ຝຶກ​ອົບ​ຮົມ​,ກວດ​ສອບ​ແລະ​ ອື່ນໆ.

ຫຼັງ​ພິ​ທີ​ເປີດ​ ​, ບັນ​ດາ​ຊ່ຽວ​ຊານ​ຈາກ​ໂຮງ​ໝໍ​ຄຸນ​ມິງ​ຍັງ​ໄດ້ອົບ​ຮົມ​ແລະ​ແລກ​ປ່ຽນ​ບົດ​ຮຽນ​ ເຕັກ​ນິກ​ການ​ຊ່ວຍ​ສຸກ​ເສີນ​ເປັນ​ຕົ້ນ ການ​ໃຫ້​ຫັນ​ໃຈ​ລ່ວງ,ຫ້າມ​ເລືອດ,ຮຳ​ບາດ,ປ້ຳ​ຫົວ​ໃຈ​ແລະ​ອື່ນໆ​ນຳ​ພະ​ນັກ​ງານ​ແພດ​ໝໍ​ໂຮງ​ໝໍ103ຕື່ມ​ອີກ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ