ມຽນ​ມາໄຂ​ງານ​ຕະຫຼາດ​ນັດຫີນ​ຢົກແລະ​ເພັດ​ນິນ​ຈິນ​ດາ​ຄັ້ງ​ທີ 54
2017-08-03 10:08:54  cri 
ງານ​ຕະຫຼາດ​ນັດ​ຫີນ​ຢົກ​​ແລະ​ເພັດ​ນິນ​ຈິນ​ດາມຽນ​ມາ​ ທີ່​ຈັດ​ຂຶ້ນ​ປີ​ລະ​ເທື່ອ ​ໂດຍ​ປີ​ນີ້ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ເນ​ປີ​ດໍແຕ່​ວັນ​ທີ 2- 11 ສິງ​ຫາ​ນີ້ ເຊິ່ງ​ເປັນ​ຄັ້ງ​ທີ 54 ຫຼັງ​ເລີ່ມ​ຈັດ​ຂຶ້ນ​ແຕ່​ປີ 1964. ເຈົ້າ​ໜ້າ​ທີ່​ຝ່າຍ​ຈັດ​ງານ​ເປີດ​ເຜີຍ​ວ່າ, ນັກ​ທຸ​ລະ​ກິດ​​ຫີນ​ຢົກແລະ​ເພັດ​ນິນ​ຈິນ​ດາຈາກຕ່າງ​ປະ​ເທດ​ທີ່​​ເຂົ້າ​ຮ່ວມ​​ຄັ້ງ​ນີ້​ມີ​ເກືອບ 3400 ຄົນ ແລະ​ນັກ​ທຸ​ລະ​ກິດ​ມຽນ​ມາ 1400 ຄົນ ເຊິ່ງຫຼາຍກວ່າ​ຄັ້ງ​ທີ 53 ​ປະ​ມານ 2000 ຄົນ.

​ໃນ​​ງານ​ດັ່ງ​ກ່າວ, ຍັງ​ຈະ​ຈັດ​ເທດ​ສະ​ການ​ເພັດ​ນິນ​ຈິນ​ດາ​ມຽນ​ມາ​ຄັ້ງ​ທຳ​ອິດ, ກອງ​ປະ​ຊຸມ​ສຸດຍອດ​ຂະ​ແໜງ​ການ​ເພັດ​ນິ​ນ​ຈິນ​ດາ​ປະ​ຊາ​ຄົມ​ເສ​ດ​ຖະ​ກິດ​ອາ​ຊຽນ​ຄັ້ງ​ທີ 6 ແລະ​​ອື່ນໆ. ຂະ​ນະ​ທີ່​ສິນ​ຄ້າ​ສົ່ງ​ອອກ​ທີ່​ສຳ​ຄັນ​ຂອງ​ມຽນ​ມາ ​ກໍ​ຄື​ຢົກ ໂດຍ​ປະ​ລິ​ມານ​ສົ່ງ​ອອກໄດ້​ນຳ​ໜ້າ​ສິນ​ຄ້າປະ​ເພດ​ຕ່າງໆ​ຂອງ​ປະ​ເທດ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ