​ເກີດ​ເຫດ​ຍິງ​ສະ​ຖານ​ກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳ​​ລອ​ສ​ແອງ​ຈີ​ລີ​ສ໌
2017-08-03 10:36:15  cri 
ເຈົ້າ​ໜ້າ​ທີ່​ສະ​ຖານ​ກົງສຸນ​ໃຫຍ່​ຈີນ​ປະ​​ຈຳ​ລອ​ສ​ແອງ​ເຈີ​ລີ​ສ໌​​ສະ​ຫະ​ລັດ​ອາ​ເມ​ລິ​ກາຖະ​ແຫຼງ​ໃນ​ວັນ​ທີ 1 ສິງ​ຫາ​ນີ້​ວ່າ, ໄດ້​ເກີດ​ເຫດ​ມື​ປືນ​ບໍ່​ຮູ້​ຖາ​ນະ​ຍິງ​ປືນ​ໃສ່​ສະ​ຖານ​ກົງ​​ສຸນ​ໃຫຍ່​ໃນ​ມື້​​ດັ່ງ​ກ່າວ ແລະ​ຈາກ​ເຫດ​ການ​ນີ້​ຈິ່ງ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ​ໃຊ້​ທຸກ​ມາດ​ຕະ​ການທີ່​ຈຳ​ເປັນ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ສະ​​ຖານ​ກົງ​​ສຸນ​ໃຫຍ່​ແລະ​ນັກ​ການ​ທູດ​ຈີນ ​ພ້ອມ​ທັງ​ເລັ່ງ​ສືບ​ສວນ​ສອບ​ສວນ​​ເຫດ​ການ​ດັ່ງ​ກ່າວ​ໂດຍ​ໄວ.

ຕອນ​ເຊົ້າ​ວັນ​ທີ 1 ສິງ​ຫາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ​ຊາຍ​ອາ​ຍຸ 60 ກວ່າ​ປີ​ຜູ້​ໜຶ່ງ​ໄດ້​ຍິງ​ປືນ​ໃສ່​ຕຶກ​ສະ​ຖານ​ກົງ​​ສຸນ​ໃຫຍ່​ຈີນ​ປະ​ຈຳ​ລອ​ສ​ແອງ​​ເຈີ​ລີ​ສ໌ ແລ້ວ​ຂ້າ​ໂຕ​ຕາຍ. ​ຂະ​ນະ​ທີ່ສື່ມວນ​ຊົນ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ, ເຫດ​ການ​​ດັ່ງ​ກ່າວບໍ່​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ ນອກ​ຈາກ​ມື​ປືນ​ເອງ. ​ສ່ວນເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ສະ​ຖານ​ກົງ​ສຸນ​ໃຫຍ່ກໍ​ໄດ້ບອກ​ນັກ​ຂ່າວ​ວ່າ,  ມື​ປືນ​ໄດ້​ຍິງ​ຢ່າງ​ໜ້ອຍ​ 17 ນັດ.

ປັດ​ຈຸ​ບັນ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ລອ​ສ​ແອງ​ເຈີ​ລີ​ສ໌​ພວມ​ສືບ​ສວນ​ສອບ​ສວນເຫດ​ການ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ