ອະ​ດີດ​ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ການ​ຄ້າ​ໂລ​ຢືນ​ຢັນຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຊຸກ​ຍູ້​ການ​ຮ່ວມ​ມື​ການ​ຄ້າ​ຂອງ​ໂລກ
2017-08-04 14:03:54  cri 
ວັນ​ທີ 3 ສິ​ງ​ຫາ​ນີ້​ຢູ່​ນະ​ຄອນ​ຊິດ​ນີ ປະ​ເທດ ອົ​ສ​ຕຼາ​ລີ, ທ່ານ​ປັ​ສ​ຄາວ ລາ​ມີ ອະ​ດີດ​ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ການ​ຄ້າ​ໂລກ​ກ່າວ​ວ່າ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຈະຊຸກ​ຍູ້​ການ​ຮ່ວມ​ມື​ການ​ຄ້າ​ຂອງ​ໂລກ​ຢ່າງ​ແຂງ​ແຮງ.

ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຂ່າວ, ທ່ານ​ລາ​ມີ​ກ່າວ​ວ່າ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແມ່ນ​ສັນ​ຍານ​ທີ່​ດີ​ຈາກ​ຈີນ, ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ​ຈີ​ນ​ຍັງ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ. ຂະ​ນະ​ທີ່​ຈີນ​ຈະ​ຮ່ວມ​ກ້າວ​ໜ້າ​ກັບ​ກຸ່ມ​ເສດ​ຖະ​ກິດ​ອື່ນໆ​ໃນ​ໂລກ.

ທ່ານ​ລາ​ມີ​ເຊື່ອ​ວ່າ, ຈີນ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ຂະ​ບວນ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ການ​ຄ້າ​ຂອງ​ໂລກ. ​ໂດຍ"ອາ​ຊີ​ຈະ​ມີ​ຖາ​ນະ​ສຳ​ຄັນ​ກວ່າ​ເກົ່າ​ໃນ​ໂລກ, ຈີນ​ຈະ​ເສີມ​ຂະ​ຫ​ຍາຍ​ບົດ​ບາດ​ໃຫ້​ຫຼາຍກວ່າ​ເກົ່າ​ທຽບ​ໃສ່ 20 ປີ​ຜ່ານ​ມາ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ