ອາ​ເມ​ລິ​ກາຫ້າມ​ພົນ​ລະ​ເມືອງ​ປະ​ເທດ​ຕົນ​ໄປ​ສ​ປ​ປ​ເກົາຫຼີ
2017-08-04 16:22:24  cri 
    ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ອອກ​​ແຈ້ງ​ການ​ໃນ​ວັນ​ທີ 2 ສິງ​ຫານີ້​ວ່າ, ນັບ​ແຕ່​ວັນ​ທີ 1 ກັນ​ຍາ​ນີ້​ເປັນ​ຕົ້ນ​ໄປ, ພົນ​ລະ​ເມືອງ​ປະ​ເທດ​ຕົນ​ຕ້ອງ​ໄດ້​ຮັບ​ອະ​ນຸ​ຍາດ​ເປັນ​ກໍ​ລະ​ນີພິ​ເສດ ຈຶ່ງ​ສາ​ມາດ​ໄປ​ສ​ປ​ປ​ເກົາຫຼີ​ໄດ້.

    ແຈ້ງ​ການ​ລະ​ບຸ​ວ່າ, ການ​ກຳ​ນົດ​ດັ່ງ​ກ່າວ ເນື່ອງ​ຈາກ​ພົນ​ລະ​ເມືອງ​ປະ​ເທດ​ຕົນ​ມີ​ຄວາມ​ສ່ຽງ​ຖືກ​ຈັບ​ແລະ​​ຖືກຂັງ​ເປັນ​ເວ​ລາ​ດົນ​ນານ​ຕາມ​ກົດ​ໝາຍ​ຂອງ​ສ​ປ​ປ​ເກົ​າຫຼີ ແລະ​ຈະ​ອອກ​ໃບ​ອະ​ນຸ​ຍາດ​ພິ​ເສດ​​ໃນ​ກໍ​ລະ​ນີ​ທີ່​ຈຳເປັນ​ທີ່​ສຸດ.

    ຕາມ​ສະ​ຖິ​ຕິ​ຂອງ​ທາງ​ການ​ອາ​ເມ​ລິ​ກາ ໃນ 10 ປີ​ຜ່ານ​ມາ, ຢ່າງ​ໜ້ອຍ​ມີ​ພົນ​ລະ​ເມືອງ​ອາ​ເມ​ລິ​ກາ 17 ຄົນ​ຖືກ​ສ​ປ​ປ​ເກົາຫຼີ​ກັກ​ຂັງ ແລະ​ມາ​ຮອດ​ປັດ​ຈຸ​ບັນ ຢ່າງ​ໜ້ອຍກໍມີ 3 ຄົນ​ຍັງ​ຖືກ​ກັກ​ຂັງ​ຢູ່​​ຄຸກ​ສ​ປ​ປ​ເກົາຫຼີ.

    ຂ່າວ​ແຈ້ງວ່າ, ຄອບ​ຄົວ​ຂອງ​ທ້າວ ອົດ​ໂຕ ວາມ​ບີ​ເອີ ນັກ​ສຶກ​ສາ​ອາ​ເມ​ລິ​ກາ​ທີ່​ຖືກ​ປ່ອຍຈາກ​ສ​ປ​ປ​ເກົາຫຼີ ເປີດ​ເຜີຍ​ວ່າ, ວາມ​ບີ​ເອີ​ໄດ້​ເສ​ຍ​ຊີ​ວິດ​ແລ້ວ​ໃນ​ຕອນ​ບ່າຍ​ວັນ​ທີ 19 ມິ​ຖຸ​ນາ​ຜ່ານ​ມາ, ຂະ​ນະ​ທີ່ກ່ອນ​ໜ້າ​ນີ້​ ວາມ​ບີ​ເອີທີ່​ຖືກ​ປ່ອຍ​ໃນ​ວັນ​ທີ 13 ມິ​ຖຸ​ນາ​ຜ່ານ​ມານັ້ນ​ຢູ່​ໃນ​ສະ​ພາບ​ສະຫຼົບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ