ການ​ພົວ​ພັນ​ຈີນ-ອາ​ຊຽນ​ຈະພົບ​ໂອ​ກາດ​ໃນ​ການ​ພັດ​ທະ​ນາ​ໃຫຍ່ກວ່າ​ເກົ່າ
2017-08-04 16:25:36  cri 
​    ວັນ​ທີ 3 ສິງ​ຫານີ້, ທ່ານ ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ກ່ຽວ​ກັບ​ທ່ານ ວາງຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຈະ​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຕ່າງໆດ້ານ​ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ ແລະ​​ການ​ສະຫຼອງວັນ​ສ້າງ​ຕັ້ງ​ອາ​ຊຽນ​ຄົບ​ຮອບ 50 ປີວ່າ, ການ​ພົວ​ພັນ​ຈີນ-ອາ​ຊຽນ ພວມ​ຢູ່​ໃນ​ໄລ​ຍະ​ສຳ​ຄັນ​ທີ່​ສືບ​ທອດ​​ຈາກອັນເກົ່າ​ມາ​ສູ່​ອັນ​ໃໝ່ ແລະ​ຍົກ​ລະ​ດັບ​ໃຫ້​ສູງ​ຂຶ້ນ ເຊິ່ງ​ເປັນ​ໂອ​ກາດ​ໃໝ່​ທີ່​ຈະ​ພັດ​ທະ​ນາ​ໃຫຍ່ກວ່າ​ເກົ່າ.

    ທ່ານ​ ເກີງ​ສວງ ກ່າວ​ວ່າ, ຈີນ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ກັບ​ອາ​ຊຽນ ແລະ​ຖື​ອາ​ຊຽນ​ເປັນ​ທິດ​ທາງ​ບຸ​ລິ​ມະ​ສິດ​ການ​ຕ່າງ​ປະ​ເທດ​ອ້ອມ​ຂ້າງ ແລະ​ເຂດ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ". ປີນີ້​ເປັນ​ປີສ້າງ​ຕັ້ງ​ອາ​ຊຽນຄົບ​ຮອບ 50 ປີ ແລະ​ເປັນ​ປີ​ຮ່ວມ​ມື​ທ່ອງ​ທ່ຽວ​ຈີນ-ອາ​ຊຽນ, ຈ​ຂະ​ນະ​ທີ່ປີ​ໜ້າ​ແມ່ນ​ປີ​ຈີນ-ອາ​ຊຽນ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຄົບ​ຮອບ 15 ປີ, ສະ​ນັ້ນ, ການ​ພົວ​ພັນ​ສອງ​ຝ່າຍ​ພວມ​ຢູ່​ໃນ​ໄລ​ຍະ​ສຳ​ຄັນ​ທີ່​ສືບ​ທອດ​​ຈາກອັນເກົ່າ​ມາ​ສູ່​ອັນ​ໃໝ່ ແລະ​ຍົກ​ລະ​ດັບ​ໃຫ້​ສູງ​ຂຶ້ນ ແລະ​​ພົບ​ໂອ​ກາດ​ໃໝ່​ທີ່​ຈະ​ພັດ​ທະ​ນາ​ໃຫຍ່ກວ່າ​ເກົ່າ. ແນວ​ໃດ​ກໍ​ດີ, ຈີນ​ຍິນ​ດີ​ລົງ​ເລິກ​ກາ​ນ​ຮ່ວມ​ມື​ທີ່​ແທດ​ເໝາະ​ຕົວ​ຈິງ​ກັບ​​ອາ​ຊຽນ, ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຈີນ-ອາ​ຊຽນ​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ ແລະ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ຈີນ-ອາ​ຊຽນ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ