ໃນ​ 6 ເດຶອ​ນ​ຕົ້ນ​ປີ​ນີ້ ການ​ຄ້າ​ການ​ບໍ​ລິ​ການຂອງ​ຈີນ​ເຕີບ​ໂຕຫຼາຍກວ່າ10%
2017-08-05 13:50:35  cri 
ວັນ​ທີ4ສິງ​ຫາ​ນີ້, ເຈົ້າ​ໜ້​າ​ທີ່ກະ​ຊວງ​ການ​ຄ້າ​ຈີນ​ໃຫ້​ຮູ້​ວ່າ, ໃນ 6 ເດືອນ​ຕົ້ນ​ປີ2017, ຍອດ​ມູນ​ຄ່າ​ການ​ຄ້າ​ການ​ບໍ​ລິ​ການ​ຂອງ​ຈີນ​ມີ​ເຖິງ2287ຕື້ 140ລ້ານຢວນ, ເພີ່ມ​ຂຶ້ນ12,9%ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​​ຜ່ານ​ມາ.

ກະ​ຊວງ​ການ​ຄ້າ​ຈີນ​ໄດ້ເປິດ​ເຜິນຂໍ້​ມູນຫຼ້າ​ສຸດ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ 6 ເດຶອ​ນ​ຕົ້ນ​ປີ​ນີ້, ການ​ສົ່ງ​ອອກ​ການ​ບໍ​ລິ​ການ​ຂອງ​ຈີນ​ມີ​ມູນ​ຄ່າ 695ຕື້90ລ້ວນຢວນ, ເພີ່ມ​ຂຶ້ນ5,6%ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​​ຜ່ານ​ມາ, ນຳ​ເຂົ້າ 1592ຕື້ 50ລ້ວນຢວນ, ເພີ່ມ​ຂຶ້ນ16,5%; ຂາດ​ດຸນ 896ຕື້960ລ້ານຢວນ, ເພີ່ມ​ຂຶ້ນ 26,6%.

ສຳ​ລັບ​ການ​ຂາດ​ດຸ​ນ​ການ​ຄ້າ​ການ​ບໍ​ລິ​ການ​ເພີ່ມ​ຂຶ້ນ​ນັ້ນ, ທ່ານ​ຊຽນ​ກົວ​ອີ້, ຫົວ​ໜ້າ​ກົມ​ກາ​ນ​ຄ້າ​ການ​ບໍ​ລິ​ການ​ກະ​ຊວງ​ການ​ຄ້າ​ຈີນ​ວິ​ເຄາະ​ວ່າ, ການ​ຂາດ​ດຸນ​ສ່ວນຫຼາຍ​ຢູ່​ໃນ 3 ຂົງ​ເຂດ, ຄື: ການ​ທ່ອງ​ທ່ຽວ, ການ​ຂົນ​ສົ່ງ ແລະ​ສິດ​ຊັບ​ສິນ​ທາງ​ປັນ​ຍາ. ໃນ​ນັ້ນ, ການ​ຂາດ​ດຸນ​ດ້ານ​ການ​ທ່ອງ​ທ່ຽວ​ມີ​ເຖິງ 766ຕື້ 620ລ້ານຢນ, ກວມ 85,5%ໃນ​ຍອດ​ມູນ​ຄ່າ​ຂາດ​ດຸນ​ການ​ຄ້າ, ເຊິ່ງ​ເປັນ​ປັດ​ໄຈ​ສຳ​ຄັນ​ທີ່​ສຸດ​ທີ່​ເຮັດ​ໃຫ້​ມູນ​ຄ່າ​ຂາດ​ດຸນ​ດ້ານ​ການ​ຄ້າ​ການ​ບໍ​ລິ​ການ​ເພີ່ມ​ຂຶ້ນ.

ທ່ານ​ຊຽນ​ກົວ​ອີ້​ກ່າວ​ຕື່ມ​ວ່າ, ໃນ 6 ເດືອນ​ທ້າຍ​ປີ​ນີ້, ຈັງ​ຫວະ​ເຕີບ​ໂຕ​ຂອງ​ກາ​ນ​ສົ່ງ​ອອກ​ການ​ບໍ​ລິ​ການ​ຂອງ​ຈີນ​ຍັງ​ຈະ​ຕ່ຳ​ກວ່າ​ການ​ນຳ​ເຂົ້າ, ການ​ຂາດ​ດຸນ​ການ​ຄ້າ​ການ​ບໍ​ລິ​ການ​ຍັງ​ຈະ​ເພີ່ມ​ຂຶ້ນ​ອີກ. ແຕ່​ວ່າ ການ​ເປີດກວ້າງ​ການ​ນຳ​ເຂົ້າ​ການ​ບໍ​ລິ​ການ​ຈະ​ມີ​ຜົນ​ດີ​ຕໍ່​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ແລະ​ຊຸກ​ຍູ້​ການ​ຍົ​ກ​ລະ​ດັບ​ການ​ບໍ​ລິ​ໂພກ, ຕ້ອງ​ພິ​ຈາ​ລະ​ນາ​ການ​ເພີ່ມ​ຂຶ້ນ​ຂອງ​ການ​ຂາດ​ດຸນ​ການ​ຄ້າ​ໃນ​ດ້ານ​ນີ້​ຢ່າງ​ຖືກ​ຕ້ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ