​ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູ​ນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ພົບ​ປະ​ທ່​ານ​ນາງ ອອງ​ຊານ​ຊູ​ຈີ
2017-08-05 14:15:38  cri 



ວັນ​ທີ4ສິງ​ຫາ​ນີ້, ທ່ານ​ນາງ ອອງ​ຊານ​ຊູ​ຈີ ປະ​ທານ​ພັກສັນ​ນິ​ບາດ​ແຫ່ງ​ຊາດ​ເພື່ອ​ປະ​ຊາ​ທິ​ປະ​ໄຕ​ມຽນ​ມາ​ ທີ່​ປຶກ​ສາ​ແຫ່ງ​ລັດ​ມຽ​ນ​ມາໄດ້​ພົບ​ປະ​ທ່ານ​ຊົ້ງ​ທ່າວ ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຢູ່​ນະ​ຄອນຫຼວງ​ເນ​ປີ​ດໍ.

ທ່ານ​ຊົ້ງ​ທ່າວ​ກ່າວ​ວ່າ, ຈີນ​ຊົມ​ເຊີຍ​ລັດ​ຖະ​ບານ​​​ພັກສັນ​ນິ​ບາດ​ແຫ່ງ​ຊາດ​ເພື່ອ​ປະ​ຊາ​ທິ​ປະ​ໄຕ​ມຽນ​ມາປະ​ຕິ​ບັດ​ນະ​ໂຍ​ບາຍ​ໄມ​ຕີ​ຈິດ​​ຕໍ່​ຈີນ, ສະ​ໜັບ​ສະ​ໜູນ​ຂະ​ບວນ​ການ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ມຽນ​ມາ, ​ຈີນຍິນ​ດີ​​ເປີດກວ້າງ​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ. ພັກ​ກອມ​ມູ​ນິດ​ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ​ກັບ​ພັກສັນ​ນິ​ບາດ​ແຫ່ງ​ຊາດ​ເພື່ອ​ປະ​ຊາ​ທິ​ປະ​ໄຕ​ມຽນ​ມາ, ​ແລະຊຸກ​ຍູ້​ສາຍ​ພົວ​ພັນ​ຈີນ-ມຽນ​ມາ​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ນາງ​ອອງ​ຊານ​ຊູ​ຈີນ​ກ່າວ​ວ່າ, ມຽນ​ມາ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ກັບ​ຈີນ, ແລະຂອບ​ໃຈ​ນຳ​ຈີນ​ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແລະ​ການ​ຊ່ວຍ​ເຫຼືອ​ເພື່ອພາ​ລະ​ກິດ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ມຽນ​ມາ. ​ພັກສັນ​ນິ​ບາດ​ແຫ່ງ​ຊາດ​ເພື່ອ​ປະ​ຊາ​ທິ​ປະ​ໄຕ​ມຽນ​ມາປາ​ຖະ​ໜາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ພັກ​ກອມ​ມູ​ນິດ​ຈີນ, ​ແລະຊຸກ​ຍູ້​ການ​ຂະ​ຫຍາຍ​ຕົວ​ຂອ​ງ​ສາຍ​ພົວ​ພັນ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ