ຫຼາຍ​ໝື່ນ​ຄົນໂຮມ​ຊຸມ​ນຸມ​​ປະ​ທ້ວງຢູ່​ນະ​ຄອນຫຼວງ​ແບກ​ແ​ດັດ​ປະ​ເທດ​ອີ​ຣັກ​ເພື່ອ​ຕໍ່​ຕ້ານ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະ​ບັບ​ໃໝ່
2017-08-05 14:30:29  cri 
ວັນ​ທີ4ສິງ​ຫາ​ນີ້, ຊາວ​ອີ​ຣັກຫຼາຍ​ໝື່ນ​ຄົນ​ໄດ້ໂຮມ​ຊຸມ​ນຸມ​ປະ​ທ້ວງ​ຢູ່​ສະ​ໜາມຫຼວງ​​ປົດ​ປ່ອຍທີ່​ຢູ່​ໃຈ​ກາງ​ນະ​ຄອນຫຼວງ​ແບກ​ແດດ​ປະ​ເທດ​ອີ​ຣັກ, ເພື່ອ​ຕໍ່​ຕ້ານ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະ​ບັບ​ໃໝ່​ທີ່​ລັດ​ຖະ​ສະ​ພາ​ອີ​ຣັກ​ຮັບ​ຮອງ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ.

ງານ​ຊຸມ​ນຸມ​ຄັ້ງ​ນີ້​ໄດ້​ຈັດ​ຂຶ້ນ​ພາຍ​ໃຕ້​ການ​ຮຽກ​ຮ້ອງ​ຂອງ​ທ່ານ​ມຸກ​ທາ​ດາ ຊາ​ດາ ຜູ້​ນຳຝ່າຍ​ສາ​ສະ​ໜາ​ນິ​ກາຍ​ຊີ​ອະ​ຂອງ​ອີ​ຣັກ. ໃນ​ເວ​ລາ​ກ່າວ​ປາ​ໄສ​ທາງ​ໂທ​ລະ​ພາບ, ທ່ານ​ຊາ​ດາ​ໄດ້​ຕິ​ຕຽນ​ວ່າ ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ທີ່​ລັດ​ຖະ​ສະ​ພາ​ຮັບ​ຮອງ​ນັ້ນ ໄຮ້​ຄວາມ​ຍຸດ​ຕິ​ທຳ, ອາດ​ຈະ​ພາ​ໃຫ້​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ທີ່​ສໍ້​ລາດ​ບັງຫຼວງ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ອີກ​ຄັ້ງ​ໜຶ່ງ, ແລະ​ຈະ​ສະ​ກັດ​ກັ້ນ​ຂະ​ບວນການ​ຕໍ່​ຕ້ານ​ການ​ສໍ້​ລາດ​ບັງຫຼວງ​​ຕາມ​ຄວາມ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ອີ​ຣັກ.

ມື້​ດຽວ​ກັນ,ເຈົ້າ​ໜ້າ​ທີ່​ທະ​ຫານ​ອີ​ຣັກ​ໄດ້​ປິດ​ລ້ອມ​ເຂດ​ເທດ​ສະ​ບານ​ເມືອງ​ແບກ​​ແດັດ, ແລະ​ໄດ້​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຢ່າງ​ເຂັ້ມ​ງວດ​ຢູ່​ສະ​ຖານ​ທີ່​​ໂຮມຊຸມ​ນຸມ.
ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ລັດ​ຖະ​ສະ​ພາ​ອີ​ຣັກ​ໄດ້​ຮັບ​ຮອງ​ກົດ​ໝາຍ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ຂັ້ນ​ແຂວງ​ໃນ​ປີ​ໜ້າ. ນັກ​ວິ​ເຄາະ​ບາງ​ຄົນ​ເຫັນ​ວ່າ, ກົດ​ໝາຍ​ດັ່ງ​ກ່າວ​ມີ​ລັກ​ສະ​ນະ​ເຂົ້າ​ຂ້າງ​ຜົນ​ປະ​ໂຫຍດ​ຂອງ​ພັກ​​ມີ​ສຽງ​ສ່ວນ​ຫຼາຍ​ໃນ​ລັດ​ຖະ​ສະ​ພາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ