ອ​າ​ເມ​ລິ​ກາ​ຍື່ນ​ໜັງ​ສືເຈ​ຕະ​ນາຖອນ​ຕົວອອກ​ຈາກ "ສັນ​ຍາ​ປາ​ຣີ" ​ຕໍ່​​ ສ​ປ​ຊ​ຢ່າງ​ເປັນ​ທາງ​ການ
2017-08-05 14:51:46  cri 
ວັນ​ທີ 4 ສິງ​ຫາ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ອອກ​ຖະ​ແ​ຫຼງ​ການວ່າ, ອາ​ເມ​ລິ​ກາ​ໄດ້​ຍື່ນໜັງ​ສືເຈ​ຕະ​ນາຖອນຕົວ​ອອກ​ຈາກ ສັນ​ຍາ​ປາ​ຣີ ​ຕໍ່​​ອົງ​ການສະ​ຫະ​ປະ​ຊາ​ຊາດ​ຢ່າງ​ເປັນ​ທາງ​ການ​ໃນມື້​ດຽວ​ກັນ.

ເດືອນ​ທັນ​ວາ​ປີ 2015, ​ເກືອບ 200 ທະ​ວີ​ພາ​ຄີ​ຂອງ "ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ຂອບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ" ​ໄດ້​ເປັນ​ເອ​ກະ​ສັນ​ກັນ​ຜ່ານ​ "ສັນ​ຍາ​ປາ​ຮີ" ໃນ​ກອງ​ປະ​ຊຸມ​ກ່ຽ​ວກັບ​ການ​ປ່ຽ​ນ​ແປງ​ດິນ​ຟ້າ​ອາ​ກາດ​ປາ​ຣີ, ເພື່ອ​ຈັດ​ວາງ​​ການ​ເຄື່ອນ​ໄຫວ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອ​ງ​ດິນ​ຟ້າ​ອາ​ກາດ​ໃນທົ່ວ​ໂລກ​ຫຼັງ​ປີ 2000. ແຕ່​ວ່າ, ນັບ​ແຕ່ຕອນ​ສະ​ໝັກເລືອກ​ຕັ້ງ​, ທ່ານໂດ​​ນັນ ທ​ຣຳ ກໍ່ກ່າວ​ຕິ​ຕຽນ​ວ່າ ສັນ​ຍາ​​ສະ​ບັບນີ້​ເປັນ​ການ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ອາ​ເມ​ລິ​ກາ, ແລະ​ກ່າວ​ວ່າ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແມ່ນ​ຄວາມ​ຂີ້​ຕົວະ. ວັນ​ທີ 1 ມິຖຸ​ນາປີ​ນີ້, ທ່ານ​ທ​ຣຳ ປະ​ກາດອາ​ເມ​ລິ​ກາ​ຈະ​​ຖອນ​​ຕົວອອກ​ຈາກ​"ສັນ​ຍາ​ປາ​ຮີ" ​ຢ່າງ​ເປັນ​ທາງ​ການ​.

ອີງ​ຕາມ​ຖະ​ແຫຼງການ​ທີ່ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ເປີດ​ເຜີຍໃນ ວັນ​ທີ 4 ສິງ​ຫາ​ນີ້, ​​ອາ​ເມ​ລິ​ກາ​ໄດ້​ຍື່ນ​ໜັງ​ສືເຈ​ຕະ​ນາຖອນຕົວ​ອອກ​ຈາກ ສັນ​ຍາ​ປາ​ຣີ ​ຕໍ່​​ອົງ​ການສະ​ຫະ​ປະ​ຊາ​ຊາດ​ຢ່າງ​ເປັນ​ທາງ​ການ​ໃນມື້​ດຽວ​ກັນ, ໂດຍ​ກ່າວ​ວ່າ ອາ​ເມ​ລິ​ກາ​ຈະ​ຖອນ​​ຕົວອອກ​ຈາກ​ສັນ​ຍາ​​ດັ່ງ​ກ່າວ​ຕາມ​ມາດ​ຕາ​ທີ່​ກ່ຽວ​ຂ້ອງ​ໂດຍ​ໄວຢ່າງ​ເໝາະ​ສົມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ