ຮົງ​ກົງ​ຈະ​ເຊັນ​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ​ອາ​ຊຽນ​ໃນ​ທ້າຍ​ປີ​ນີ້
2017-08-05 15:12:28  cri 
ວັນ​ທີ 4 ສິງ​ຫາ​ນີ້, ທ່ານ​ນາງ​ລິນ​ເຈີ້ງ​ຢົ້ວ​ເອີ ຜູ້​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຈີນ​ທີ່​ກຳ​ລັງ​ຢ້ຽມ​ຢ​າມ​ໄທ​ກ່າວ​ວ່າ, ​ຮົງ​ກົງ​ຈະ​ເຊີນ​ສັນ​ຍາ​ການ​ຄ້າ​ເສີ​ລີ​ກັບ​ອາ​ຊຽນ​ໃນ​ທ້າຍ​ປີ​ນີ້, ພ້ອມ​ກັນ​ນັ້ນ, ​ຮົງ​ກົງ​ຍັງ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ກັບ​ໄທ​ຕື່ມ​ອີກ.

ວັ​ນ​ທີ 4 ສິງ​ຫາ​ນີ້, ທ່ານ​ນາງ​ລິນ​ເຈີ້ງ​ຢົ້ວ​ເອີ​ ​ໄດ້​ແຍກ​ອອກພົບ​ປະ​ທ່ານ​ປ​ຣະ​​ຍຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕ່າງໆ​ຫຼາຍ​ທ່ານ, ແລະ​ເຂົ້າ​ຮ່ວມ​ງານ​ພົບ​ປະ​ສັງ​ສັນ​ວິ​ສາ​ຫະ​ກິດ​ໄທ, ເພື່ອ​ຫາ​ລື​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ຝ່າຍ.

ທ່ານ​ນາງ​ລິນ​ເຈີ້ງ​ຢົ້ວ​ເອີ​​ກ່າວ​ວ່າ, ການ​ເຈ​ລະ​ຈາ​ກ່ຽວ​ກັບ​ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ຮົງ​ກົງ​ກັບ​ອາ​ຊຽນ​ຈະ​ສິ້ນ​ສຸດ​ລົງ​ໃນ​ທ້າຍ​ປີ​ນີ້, ສອງ​ຝ່າຍ​ຈະ​ເຊັນ​ສັນ​ຍາ​ການ​ຄ້າ​ເສ​ລີ.

ນັບແຕ່​ວັນ​ທີ 2 ຫາ​ວັນ​ທີ 5 ສິງ​ຫາ​ນີ້, ທ່ານນາງ​ລິນ​ເຈີ້ງ​ຢົ້ວ​ເອີ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ສິງ​ກະໂປ​ແລະ​ໄທ. ເຊິ່ງ​ເປັນການ​ໄປ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​ເທື່ອ​ທຳ​ອິດ​ຂອງ​ທ່ານ​ນາງ​ລິນ​ເຈີ້ງ​ຢົ້ວ​ເອີນັບ​ແຕ່​​ທ່ານດຳ​ລົງ​ຕຳ​ແໜ່ງ​ເປັນ​ຜູ້​​ວ່າການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ເປັນ​ຕົ້ນ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ