ທ່ານຮາຊານ ຣູຮານີສາບານຕົວຂຶ້ນຮັບຕຳແໜ່ງປະທານາທິບໍດີອີຣານ
2017-08-06 16:42:22  cri 

ຕອນບ່າຍວັນທີ 5 ສິງຫານີ້ຕາມເວລາທ້ອງຖິ່ນ, ທ່ານຮາຊານ ຣູຮານີທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີອີຣານໄດ້ສາບານຕົວຂຶ້ນຮັບຕຳແໜ່ງຢູ່ລັດຖະສະພາຢ່າງເປັນທາງການ ເຊິ່ງຈະເລີ່ມດຳລົງຕຳແໜ່ງປະທານາທິບໍດີສະໄໝທີ 2 ຂອງຕົນ.

ໃນການກ່າວປາໄສຂຶ້ນຮັບຕຳແໜ່ງ, ທ່ານຮູຮານີກ່າວວ່າ, ອີຣານໄດ້ພະຍາຍາມຢ່າງໃຫຍ່ຫຼວງເພື່ອປົກປັກຮັກສາລະບອບກົດໝາຍແລະເສລີພາບ, ປະຊາຊົນອີຣານມີຄວາມໝັ້ນໃຈຕໍ່ລະບອບສະທາລະນະລັດອີສລາມ, ລັດຖະບານຊຸດໃໝ່ຈະເອົາໃຈໃສ່ຄວາມຕ້ອງການແຫ່ງການພັດທະນາປະເທດຊາດ, ຈະກະກຽມເປັນຢ່າງດີເພື່ອຮັກສາຜົນປະໂຫຍດຂອງປະເທດຊາດ. ເມື່ອເວົ້າເຖິງສັນຍານິເຄຼຍອີຣານ, ທ່ານຣູຮານີກ່າວວ່າ, ອາເມລິກາບໍ່ໄດ້ເຄົາລົບຄຳໝັ້ນສັນຍາໃນສັນຍາດັ່ງກ່າວ, ເຖິງວ່າອີຣານຈະບໍ່ຝ່າຝືນສັນຍາຢ່າງເປັນເຈົ້າການກໍ່ຕາມ, ແຕ່ຈະບໍ່ມິດງຽບຕໍ່ອາເມລິກາທີ່ບໍ່ເຄົາລົບສັນຍາສະບັບນີ້.

ພິທີຂຶ້ນຮັບຕຳແໜ່ງຄັ້ງນີ້ເປັນຄັ້ງທີ 2 ທີ່ອີຣານເຊື້ອເຊີນຜູ້ແທນຕ່າງປະເທດເຂົ້າຮ່ວມພາຍຫຼັງການປະຕິວັດອີສລາມໃນປີ 1979, ຄະນະຜູ້ແທນຈາກ ຣັດເຊຍ, ອັງກິດ, ຈີນ ທັງໝົດ 100 ກວ່າປະເທດແລະອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມພິທີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ